ດີຊີ ຢູໄນເຕັດ ປະກາດຕັ້ງ ຣູນີ ຄຸມທີມຮຽບຮ້ອຍແລ້ວ

ດີຊີ ຢູໄນເຕັດ ຈັດການແຕ່ງຕັ້ງ ເວນ ຣູນີ ອະດີດດາວຍິງທີມຊາດອັງກິດ ຂຶ້ນເປັນຜູ້ຈັດການທີມຄົນໃຫມ່ຢ່າງເປັນທາງການແລ້ວ.
ເວນ ຣູນີ ຕຳນານດາວຍິງທີມຊາດອັງກິດ ແລະ ແມນເຊສເຕີ ຢູໄນເຕັດ ໄດ້ຮັບການແຕ່ງຕັ້ງໃຫ້ຂຶ້ນເປັນຜູ້ຈັດການທີມຄົນໃຫມ່ ດີຊີ ຢູໄນເຕັດ ທີມດັງ ເມເຈີລີກ ຊັອກເກີ ສະຫະລັດ ຢ່າງເປັນທາງການແລ້ວ ເມື່ອວັນອັງຄານທີ່ຜ່ານມາ.
ຣູນີ ບໍ່ແມ່ນຄົນແປກຫນ້າສຳລັບ ດີຊີ ຢູໄນເຕັດ ເນື່ອງຈາກເຄີຍຫລິ້ນຢູ່ໃນຖິ່ນ ອໍດີ ຟິລ ດົນເຖິງ 2 ລະດູການ ລະຫວ່າງປີ 2018-2019 ໂດຍການຫວນຄືຖິ່ນເກ່ົາໃນຕຳແຫນ່າງຜູ້ຈັດການທີມຄັ້ງນີ້ ຄາດວ່າ ຫນ້າຈະໄດ້ຮັບຄ່າເມື່ອຍປະມານ 1 ລ້ານໂດລາສະຫະລັດ/ປີ.
ແນວໃດກໍຕາມ ເດິ ຊັນ ສື່ໃນອັງກິດເຜີຍວ່າ ຣູນີ ເຊິ່ງຍັງຖ້າໃບອະນຸຍາດເຮັດວຽກໃນສະຫະລັດ ກ່ອນຈະສາມາດເລີ່ມງານໄດ້ນັ້ນ ຫນ້າຈະເຫງົາ ໃນການຍ້າຍກັບມາຫາກິນໃນສະຫະລັດ ເພາະ ຄອລລີນ ເມຍຂອງລາວ ລວມເຖິງລູກຊາຍທັງ 4 ຄົນ ບໍ່ມີແຜນຈະບິນຕາມໄປຢູ່ນຳ ເນື່ອງຈາກມີປະສົບການບໍ່ດີກັບການຍ້າຍໄປໃຊ້ຊີວິດໃນສະຫະລັດ ອາເມລິກາ.

