ພາສີ ປະຈໍາ ນວ ກວດພົບຢາເສບຕິດຈຳນວນຫລາຍ ເລັ່ງນຳຕົວຜູ້ກະທຳຜິດມາດຳເນີນຄະດີ

ພັທ ພູທອນ ໄຊຍາທຳ ໃຫ້ຮູ້ວ່າ: ວັນທີ 30 ມີຖຸນາ 2022 ຜ່ານມານີ້ ເຈົ້າໜ້າທີ່ພາສີ ປະຈຳນະຄອນຫຼວງວຽງຈັນ ໄດ້ມອບຢາເສບຕິດ ທີ່ກວດພົບ ແລະ ຢຶດໄດ້ ຢາໄອ໌, ຢາຝິ່ນ, ຄັນຊາອັດແຫ້ງ-ອັດແທ່ງ ແລະ ຢາບ້າ ໃຫ້ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນະຄອນຫຼວງວຽງຈັນ ຕາງໜ້າມອບໂດຍ ທ່ານ ທອງພັດ ລາດຊະວົງ ຫົວໜ້າພາສີ ປະຈຳນະຄອນຫຼວງວຽງຈັນ ພ້ອມຄະນະ ແລະ ຕາງໜ້າຮັບໂດຍ ພັທ ພູທອນ ໄຊຍາທຳ ຮອງຫົວໜ້າ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນວ ພ້ອມຄະນະ 11 ຄົນ ເຂົ້າຮ່ວມ.

ຢາເສບຕິດທີ່ເຈົ້າໜ້າທີ່ພາສີ ນໍາມາມອບໃນຄັ້ງນີ້ ມີ: ຢາໄອ້ ນໍ້າໜັກ 12 ກວ່າກິໂລກຣາມ, ຢາຝິ່ນນໍ້າໜັກ 113 ກວ່າກິໂລກຣາມ, ຄັນຊາອັດແຫ້ງ-ອັດແທ່ງ ນໍ້າໜັກ 9 ກວ່າກິໂລກຼາມ ແລະ ຢາບ້າ ນໍ້າໜັກ 5 ກວ່າກິໂລກຣາມ ທີ່ໄດ້ບັນຈຸໃສ່ແກັດ ເພື່ອສົ່ງໄປຂາຍຢູ່ປະເທດໃກ້ຄຽງ.
ຕໍ່ກັບຢາເສບຕິດດັ່ງກ່າວ, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ນວ ໄດ້ແຍກວັດຖຸສິ່ງທີ່ຜິດກົດໝາຍແລ້ວນຳໄປພິສູດ-ວິໄຈ ແລະ ເລັ່ງສືບສວນ-ສອບສວນ ຫາແຫຼ່ງທີ່ມາຂອງຢາເສບຕິດ ພ້ອມທັງສືບຄົ້ນຫາຊອກຫາຜູ້ກະທໍາຜິດມາດໍາເນີນຄະດີຕາມກົດໝາຍ.

