ກວດພົບກັນຊາ 100 ກວ່າກິໂລກຣາມ ຈາກຜູ້ຂັບລົດຕຳຄົນຈົນເສຍຊີວິດ

ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ວັນທີ 27 ມິຖນາ 2022 ຜ່ານມາ, ໄດ້ເກີດອຸບັດຕິເຫດຢູ່ເສັ້ນທາງ 13 ໃຕ້ ສາມແຍກເຂດບ້ານລໍາມະລາດ ເມືອງທ່າແຂກ ແຂວງຄໍາມ່ວນ, ຈາກນັ້ນ, ເຈົ້າໜ້າທີ່ ໄດ້ລົງສະຖານທີ່ ແລະ ພົບວ່າມີລົດຕູ້ຕໍາລົດຈັກ ເຮັດໃຫ້ມີຄົນເສຍຊິວິດຄາທີ່ 1 ຄົນ ຈຶ່ງໄດ້ກັກຕົວ ທ້າວ ເຄນໝັ້ນ ອາຍຸ 27 ປີ ຢູ່ບ້ານໂພນແພງ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຜູ້ຂັບຂີ່ລົດຕູ້ໝາຍເລກ ທະບຽນ ກບ 5912 ກໍາແພງນະຄອນ ພ້ອມທັງກວດລົດພົບກັນຊາ 100 ກວ່າກິໂລກຣາມ.

ກ່ອນເກີດເຫດ ທ້າວ ເຄນໝັ້ນ ໄດ້ຂັບລົດຕູ້ອອກຈາກບ້ານທົ່ງຈະເລີນ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ຈະມຸ່ງໜ້າໄປທາງ ເຊໂນ ແຂວງສະຫວັນນະເຂດ ໂດຍໃຊ້ຄວາມໄວປະມານ 80-90 ກິໂລແມັດຕໍ່ຊົ່ວໂມງ, ພໍຮອດຈຸດເກີດເຫດ ໄດ້ ຕໍາກັບລົດຈັກທີ່ກໍາລັງຈະຂ້າມທາງ ເຮັດໃຫ້ ທ້າວ ສາລີ ອາຍຸ 32 ປີ ບ້ານນ້ໍາສ້າງ ເມືອງວິລບູລີ ແຂວງ ສະຫວັນນະເຂດ ເສຍຊີວິດຄາທີ່.

ພາຍຫຼັງເກີດເຫດ ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ໄດ້ກັກຕົວຜູ້ຂັບຂີ່ລົດໃຫຍ່ ພ້ອມທັງກວດຄົ້ນລົດຕູ້ ໄດ້ພົບເຫັນກັນຊາອັດແທ່ງ ຈໍານວນ 5 ເປົ້າ, ນ້ໍາໜັກ 101 ກິໂລກຣາມ.

ຜ່ານການສອບສວນ ຜູ້ຖືກຫາສາລະພາບ ວ່າ: ຢາ ເສບຕິດປະເພດກັນຊາອັດແທ່ງຈໍານວນດັ່ງກ່າວ ແມ່ນ ເປັນຂອງຜູ້ກ່ຽວແທ້, ປັດຈຸບັນ, ເຈົ້າໜ້າທີ່ຕໍາຫຼວດ ກອງ ສອບສວນຄະດີອຸບັດຕິເຫດ ແມ່ນໄດ້ມອບສໍານວນສໍາເນົາ ພ້ອມຜູ້ຖືກຫາ ແລະ ເຄື່ອງຂອງກາງໃຫ້ ພະແນກ ຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.