ນ້ອງຊາຍໂຫດ! ລົງມືຄາຕະກຳອ້າຍຕົນເອງຍ້ອນ ແບ່ງມູນມໍລະດົກບໍ່ລົງຕົວ

ໃນວັນທີ 1 ກໍລະກົດ 2022 ເຈົ້າໜ້າທີ່ ປກສ ເມືອງຍອດອູ ແຂວງຜົ້ງສາລີ ໄດ້ນໍາຕົວ ທ້າວ ກອງແກ້ວ ອາຍຸ 34 ປີ, ທີ່ໃຊ້ມີດແທງ ທ້າວ ຄຳແສງ ອາຍຸ 37 ປີ ( ຜູ້ເປັນອ້າຍ) ເສຍຊີວິດ ຍ້ອນການແບ່ງມູນມໍລະດົກດິນໄຮ່-ດິນນາບໍ່ລົງຕົວ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ເຫດການດັ່ງກ່າວເກີດຂຶ້ນໃນວັນທີ 20 ເມສາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ໄດ້ລົງສະຖານທີ່ເກີດເຫດພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນ ພົບວ່າ ທ້າວ ຄຳແສງ ເສຍຊີວິດ ຢູ່ຂ້າງເຮືອນ ທີ່ຖືກມີດແທງທ້ອງ ແລະ ຟັນ 3 ບາດ, ດ້ວຍນໍ້າມືຂອງນ້ອງຊາຍ.

ຫລັງຈາກກໍ່ເຫດຖືກຄອບຄຸມຕົວທັນທີ ແລະ ນຳໄປສອບສວນ ໂດຍຜູ້ກ່ຽວສາລະພາບວ່າ ໄດ້ລົງມືຄາດຕະກໍາຜູ້ເປັນອ້າຍແທ້ ໂດຍການນໍາໃຊ້ມີດແທ່ງໃສບໍລິເວນທ້ອງ 1 ບາດ ແລະ ຟັນໃສ່ຫລັງ 3 ບາດ, ສ່ວນສາເຫດການຄາຕະກໍາ ແມ່ນ ຍ້ອນຜ່ານມາເຄີຍມີຂໍ້ຂັດແຍ້ງກັນມາກ່ອນ ເລື່ອງການແບ່ງມູນມໍລະດົກຂອງພໍ່-ແມ່, ຫລັງຈາກນັ້ນມາ, ພວກກ່ຽວທັງສອງກໍເກີດມີປາກສຽງ ແລະ ຜິດຖຽງກັນຕະຫຼອດມາ; ໃນມື້ເກີດເຫດພວກກ່ຽວກໍຍັງມີປາກສຽງກັນ ຢູ່ ເຮັດໃຫ້ຜູ້ກ່ຽວ ເກີດຄວາມໂມໂຫໃຈຮ້າຍຈຶ່ງໄດ້ຈັບເອົາມີດໄລ່ແທງ ແລະ ຟັນໃສ່ຜູ້ເປັນອ້າຍຈົນເສຍຊີວິດ.

ເຈົ້າຫນ້າທີ່ ປກສ ເມືອງຍອດອູ ຈຶ່ງໄດ້ນໍາຕົວ ທ້າວ ກອງແກ້ວ (ຜູ້ຄາດ ຕະກາ) ມາທໍາແຜນປະກອບຄໍາສາລະພາບ ໃນວັນທີ 1 ກໍລະກົດ 2022 ແລະ ພາຍຫຼັງທີ່ໄດ້ທໍາແຜນປະກອບຄໍາສາລະພາບ ແລ້ວ ແມ່ນໄດ້ນໍາຕົວທ້າວ ກອງແກ້ວ ສົ່ງໃຫ້ພະແນກສືບສວນ-ສອບສວນ ຫ້ອງຕໍາຫລວດ ປກສ ແຂວງຜົ້ງສາລີ ເພື່ອສືບຕໍ່ສະຫລຸບສໍານວນ-ສໍາເນົາຄະດີສົ່ງໃຫ້ອົງການໄອ ຍະການແຂວງດໍາເນີນຄະດີຕາມລະບຽບກົດໝາຍ.