ສານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ (26 ມິຖຸນາ 1987 – 26 ມິຖຸນາ 2022)

​ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !
ກ່ອນອຶ່ນ, ຂ້າພະເຈົ້າ ຕາງຫນ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ແລະ ໃນນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງ ພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ ແລະ ພະນັກງານລັດຖະກອນໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດ ວັນສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 35 ປີ ທີ່ຈະມາເຖິງນີ້ ເຊິງນອກຈາກ ເປັນ ການຢືືນຢັນຄືນ ເຖິງ ມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນ ອັນແຮງກ້າ ຂອງວົງຄະນະຍາດສາກົນ ໃນການຮ່ວມມືກັນ ໃນຂະບວນການຕ້ານ ຢາເສບຕິດແລ້ວ, ຍັງເປັນໂອກາດອັນດີ ທີ່ພວກເຮົາ ຈະໄດ້ພ້ອມກັນ ທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບ ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ (2021-2023) ຕະຫຼອດໄລຍະ 01 ປີ ຜ່ານມາ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !
​ເປັນ​ທີ່​ຊາບ​ກັນ​ດີ​ແລ້ວ​ວ່າ, ຢາເສບຕິດ ແມ່ນບັນຫາລວມຂອງວົງຄະນະຍາດສາກົນ ເຊິ່ງເປັນໄພຂົ່ມຂູ່ ທີ່ຮ້າຍແຮງ ຕໍ່ມວນມະນຸດ, ເປັນບໍ່ເກີດຂອງອາຊະຍາກຳຕ່າງໆ, ກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ຊາດ ທັງຍັງສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ບຸກຄົນ ແລະ ຄອບຄົວຜູ້ຕົກເປັນທາດຂອງຢາເສບຕິດ. ປັດຈຸບັນ, ການຄ້າຂາຍຢາເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ ລັດຖະບານ ແລະ ປະຊາຊົນລາວ ກໍ່ຄື ບັນດາປະຊາຊາດໃນທົ່ວໂລກ ພ້ອມກັນຕໍ່ຕ້ານ ຢ່າງແຂງແຮງ. ເຖິງແມ່ນວ່າ ຫຼາຍປະເທດ ໄດ້ເພີ່ມທະວີມາດຕະການ, ຄວາມພະຍາຍາມ ໃນການຄວບຄຸມ, ສະກັດກັ້ນ, ປາບປາມ ແລະ ແກ້ໄຂບັນຫາດັ່ງກ່າວ ຢ່າງຕໍ່ເນື່ອງປານໃດກໍ່ຕາມ ແຕ່ການຜະລິດ, ການນໍາໃຊ້, ການຄ້າຂາຍ, ການລໍາລຽງຂົນສົ່ງຢາເສບຕິດຢູ່ໃນທົ່ວໂລກ ກໍ່ຄືຢູ່ ສປປ ລາວ ກໍ່ຍັງບໍ່ຫຼຸດລົງ ແລະ ມີທ່າອ່ຽງເພີ່ມຂຶ້ນ ຢ່າງໜ້າເປັນຫ່ວງ.
ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນພາວະວິໄສ ໃນການແກ້ໄຂບັນຫາດັ່ງກ່າວຢ່າງເດັດຂາດ, ໃນຊຸມປີ 2021 ພັກ-ລັດຖະບານ ເຮົາ ຈຶ່ງໄດ້ຍົກລະດັບເອົາ ການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວາລະແຫ່ງຊາດ ເຊິ່ງຕະຫຼອດໄລຍະຜ່ານມາ ລັດຖະບານພວກເຮົາ ໄດ້ນຳພາ-ຊີ້ນໍາ ການຈັດຕັ້ງຜັນຂະຫຍາຍວຽກງານດັ່ງກ່າວ ຢ່າງຈົດຈໍ່ຕະຫຼອດມາ. ພ້ອມດຽວກັນນັ້ນ, ພວກເຮົາໄດ້ເອົາໃຈໃສ່ສຶກສາອົບຮົມ ສ້າງຄວາມຮັບຮູ້ທົ່ວສັງຄົມໃຫ້ປະຊາຊົນລາວບັນດາເຜົ່າ ເປັນຕົ້ນ ຊາວໜຸ່ມ-ເຍົາວະຊົນ ໄດ້ຮັບຮູ້-ເຂົ້າໃຈ ຢ່າງເປັນເອກະພາບ, ຖືກຕ້ອງ ກ່ຽວກັບ ພິດໄພ, ຜົນຮ້າຍ ແລະ ຄວາມເປັນອັນຕະລາຍຂອງຢາເສບຕິດ ໂດຍໄດ້ໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມະຕິຄໍາສັ່ງ ຂອງ ພັກ-ລັດ ກ່ຽວກັບບັນຫາຢາເສບຕິດ ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ, ໂດຍສະເພາະແມ່ນເຜີຍແຜ່ເນື້ອໃນວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ຢ່າງເປັນຂະບວນແຂງແຮງ ແລະ ກວ້າງຂວາງ. ນອກນັ້ນ, ພວກເຮົາ ຍັງໄດ້ເອົາໃຈໃສ່ ແລະ ສ້າງເງື່ອນໄຂ ໃຫ້ບັນດາຄອບຄົວປະຊາຊົນເຜົ່າຕ່າງໆ ຢູ່ເຂດພູດອຍ ທາງພາກເໜືອຂອງປະເທດ ຫັນໄປປະກອບອາຊີບທີ່ໝັ້ນຄົງ ແລະ ຖືກກົດໝາຍ ແທນການປູກພືດທີ່ມີສານເສບຕິດ ໂດຍສົ່ງເສີມການປູກພືດ-ຜັກເປັນສິນຄ້າ ເປັນຕົ້ນ ການຜະລິດກາເຟ ເພື່ອສົ່ງອອກຂາຍຕ່າງປະເທດ, ໄດ້ດຳເນີນການບຳບັດປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ, ປັບປຸງຂະຫຍາຍໂຮງໝໍຊຸມຊົນ ເປັນບ່ອນໃຫ້ຄໍາປຶກສາ, ປິ່ນປົວ ເພື່ອໃຫ້ເຂົາເຈົ້າ ກັບຄືນເປັນຄົນດີຂອງສັງຄົມ. ພ້ອມ​ກັນນັ້ນ, ຍັງໄດ້ຕັ້ງໜ້າເຂົ້າຮ່ວມໃນການປະຕິບັດວຽກງານ 03 ສ້າງ ທີ່ຕິດພັນກັບການສ້າງບ້ານໃຫ້ ເປັນຫົວໜ່ວຍພັດທະນາ ໂດຍໄດ້ສ້າງບ້ານ, ໂຮງຮຽນ, ກົມກອງ, ຫົວໜ່ວຍການຜະລິດ, ບໍລິການ ທັງພາກລັດ ແລະ ເອກະຊົນ ຢູ່ຕາມທ້ອງຖິ່ນຕ່າງໆ ໃຫ້ປອດຈາກຢາເສບຕິດ. ຄຽງຄູ່ກັນນັ້ນ, ລັດຖະບານ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ການປະຕິບັດມາດຕະການດ້ານກົດໝາຍ ຕໍ່ຜູ້ກະທຳຜິດ. ສະເພາະໃນປີນີ້, ເຈົ້າໜ້າທີ່ຕຳຫຼວດພວກເຮົາ ສາມາດສະກັດກັ້ນ ແລະ ຕ້ານຢາເສບຕິດ ໄດ້ ຫຼາຍກໍລະນີ, ໄດ້ເພີ້ມທະວີຄວາມເປັນເຈົ້າການ ​ໃນ​ການ​ຕິດຕາມ, ກວດກາ ​ແລະ ແກ້​ໄຂ​ບັນຫາ​ດັ່ງກ່າວ ຢ່າງ​ຕັ້ງໜ້າ ໂດຍໄດ້ມ້າງຄະດີ, ຍຶດຢາເສບຕິດ, ຍຶດອາວຸດເສິ​ກ, ຍຶດຊັບສິນ, ວັດຖຸມີຄ່າ, ສານເຄມີຕ່າງໆ ທີ່ນໍາມາຜະລິດເປັນຢາເສບຕິດ ແລະ ທີ່​ສຳຄັນແມ່ນສາມາດຈັບກຸມຜູ້ກະທໍາຜິດ ມາດຳເນີນຄະດີຕາມລະບຽບກົດໝາຍ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !
ເນື່ອງໃນວັນສາກົນຕ້ານຢາເສບຕິດ ວັນທີ 26 ມິຖຸນາ 2022 ຄົບຮອບ 35 ປີ ໃນປີນີ້, ຕາງໜ້າໃຫ້ ພັກ-ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ ເຈົ້າໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງຢູ່ ສູນກາງ ແລະ ທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ການຮ່ວມມືປະກອບສ່ວນ ເຂົ້າໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023) ໃນໄລຍະ 01 ປີຜ່ານມາ. ນະໂອກາດນີ້, ຕາງໜ້າໃຫ້ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງບັນດາປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງການບໍ່ສັງກັດລັດຖະບານ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ, ອູ້ມຊູຊ່ວຍເຫຼືອ ໃຫ້ແກ່ ລັດຖະບານ ແລະ ປະຊາຊົນລາວ ໃນການຄວບຄຸມ, ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ໄດ້ຮັບຜົນດີຕະຫຼອດມາ, ແລະ ຫວັງວ່າ ສປປ ລາວ ຈະໄດ້ຮັບການສະໜັບສະໜັນຊ່ວຍເຫຼືອດັ່ງກ່າວ ຕໍ່ໄປອີກ ໃນອານາຄົດ.
ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ !
ຢາເສບຕິດເປັນບັນຫາທ້າທາຍ ຂອງ ທຸກຊາດ ແລະ ປັນໄພຂົ່ມຂູ່ ຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມ ແລະ ຄວາມໝັ້ນຄົງ ຂອງບັນດາປະຊາຊາດ ໃນໂລກ. ດັ່ງນັ້ນ, ອີກເທື່ອໜຶ່ງ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນລາວບັນດາເຜົ່າ ທຸກຊັ້ນຄົນ, ທຸກເພດໄວ ໃນທົ່ວສັງຄົມ ຕະຫຼອດຮອດ ບັນດາອົງການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ສະຖາບັນການສຶກສາ, ອົງການພຸດທະສາສະໜາ ແລະ ສະຖາບັນຄອບຄົວ ຈົ່ງໄດ້ພ້ອມກັນເຂົ້າຮ່ວມໃນການສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ໃນວາລະແຫ່ງຊາດ (2021-2023) ໃຫ້ຫຼຸດລົງ ແລະ ໝົດສິ້ນໄປຈາກສັງຄົມລາວເຮົາ.