ຟີຟາ ອະນຸຍາດແຕ່ລະທີມສົ່ງຊື່ລຸຍບານໂລກ 2022 ເພີ່ມເປັນ 26 ຄົນ

ຟີຟາ ອະນຸຍາດ 32 ທີມສຸດທ້າຍການແຂ່ງຂັນບານໂລກ 2022 ທ້າຍປີນີ້ ສາມາດສົ່ງຊື່ໄດ້ເພີ່ມຈາກ 23 ເປັນ 26 ຄົນ ແລະ ຍັງໃສ່ຊື່ຕົວສຳຮອງໃນແຕ່ລະເກມໄດ້ເຕັມ 15 ຄົນນຳອີກ.

ສະຫະພັນບານເຕະນາໆຊາດ ອະນຸມັດໃຫ້ມີການປ່ຽນແປງກົດການສົ່ງຊື່ນັກເຕະລົງແຂ່ງຂັນໃນການແຂ່ງຂັນບານໂລກ 2022 ທີ່ປະເທດກາຕາ ໃນໄລຍະທ້າຍປີນີ້ ໂດຍອະນຸຍາດໃຫ້ທັງ 32 ທີມສາມາດສົ່ງຊື່ນັກເຕະເພີ່ມຈາກ 23 ເປັນ 26 ຄົນ ເຊັ່ນດຽວກັບ ລາຍການລະດັບນາໆຊາດຫລາຍລາຍການໂດຍໃຫ້ເຫດຜົນເຖິງການປ່ຽນແປງດັ່ງກ່າວວ່າເປັນເພາະບານໂລກ ຄັ້ງນີ້ລົງເຕະກັນໃນ ໄລຍະກາງລະດູການ ແລະຍັງມີຜົນຕໍ່ເນື່ອງມາຈາກສະຖານະການການແພ່ລະບາດຂອງເຊື້ອໂຄວິດ 19 ນຳອີກ.

ນອກຈາກນີ້ ແຕ່ລະທີມຍັງສາມາດສົ່ງຊື່ນັກເຕະນອກຈາກ 11 ຕົວຈິງທີ່ເຫລືອໃນທີມອີກ 15 ຄົນເປັນຕົວສຳຮອງໄດ້ທັງຫມົດ ໂດຍ ຟີຟາ ອະນຸຍາດໃຫ້ມີຄົນນັ່ງສຳຮອງໄດ້ບໍ່ເກີນ 26 ຄົນ ເປັນຕົວສຳຮອງ 15 ແລະ ເຈົ້າຫ້ນາທີ່ທີມບໍ່ເກີນ 11 ຄົນ ແລະ ຫນຶ່ງໃນນັ້ນ ຕ້ອງມີຫມໍປະຈຳທີມຢູ່ນຳ ໂດວຍເສັ້ນຕາຍທີທັ້ງ 32 ທີມຕ້ອງສົ່ງຊື່ 26 ຄົນສຸດທ້າຍຄືວັນທີ 20 ຕຸລາ ຫລື 30 ວັນກ່ອນເກມນັດທຳ ອິດລະຫວ່າງ ເຊເນກັລ ກັບ ຮອນແລນ ຈະລົງແຂ່ງຂັນ.