ແຈ້ງການ ເປີດນຳໃຊ້ເບີສາຍດ່ວນ ຮັບແຈ້ງຄວາມ ກ່ຽວກັບ ການຄ້າມະນຸດ

ການຄ້າມະນຸດ ແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫຼື ນຳສົ່ງ, ຮັບເອົາຄົນຢູ່ພາຍໃນ ຫຼື ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫຼື ລີ້ຊ້ອນດ້ວຍການຂົນຂວາຍ, ແນະນາ, ຕົວະຍົວະຫຼອກລວງ, ຊື້ຈ້າງ, ຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດ, ບັງຄັບ, ນາບຄູ່ ຜູກມັດດ້ວຍຫນີ້ສິນ, ການເອົາເດັກມາລ້ຽງ ຫຼື ເອົາເດັກເປັນລູກລ້ຽງແອບແຝງ, ຫມັ້ນຫມາຍແອບແຝງ, ແຕ່ງດອງແອບແຝງ, ການ ໃຫ້ ຖືພາ, ຂໍທານ ແລະ ການ ຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫຼື ດ້ວຍຮູບການອື່ນ ເພື່ອຂູດຮີດແຮງງານ, ຂຸດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ບັງຄັບ ໃຫ້ເປັນໂສເພນີ, ເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ ແລະ ສິ່ງອື່ນ ທີ່ຂັດກັບກົດໝາຍ ແລະ ວັດທ«ນຍາອັນດີງາມຂອງ ຊາດ ຫຼື ຈຸດປະສົງອື່ນ ເພື່ອຫາຜົນປະໂຫຍດ.