ລາວ-ໄທ ທົບທວນ ແລະ ຕີລາຄາການຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ

ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ຄັ້ງທີ 27 ໄດ້ຈັດຂຶ້ນທີ່ ບາງກອກ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 7-9 ມິຖຸນາ 2022 ຕາມຄໍາເຊີນຂອງທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກໄທ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປໄທ-ລາວ.
ຄະນະກໍາມະການຝ່າຍລາວ ນໍາໂດຍ ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ ເປັນປະ ທານຮ່ວມຝ່າຍລາວ ແລະ ຄະນະກໍາມະການຝ່າຍໄທນໍາໂດຍທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ.
ກອງປະຊຸມໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນທົບ ທວນ ແລະ ຕີລາຄາຜົນຂອງການ ຈັດຕັ້ງປະຕິບັດຕາມບົດບັນທຶກ ກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນ ທົ່ວ ໄປ ລາວ-ໄທ ຄັ້ງທີ 26 ທີ່ນະ ຄອນຫຼວງວຽງຈັນ ສປປ ລາວ ໃນລະຫວ່າງວັນທີ 20-24 ທັນວາ 2019, ໂດຍທັງສອງຝ່າຍມີຄວາມຍິນດີທີ່ສາຍພົວພັນ ແລະ ການຮ່ວມມືຂອງທັງສອງປະເທດໄດ້ມີຄວາມກ້າວໜ້າຢ່າງເປັນຮູບປະທໍາຫຼາຍຂຶ້ນ, ເຊິ່ງເປັນຜົນປະໂຫຍດຮ່ວມກັນ, ສາມາດແກ້ໄຂບັນຫາ ແລະ ເສີມຂະຫຍາຍຄວາມໝັ້ນຄົງຕາມຊາຍແດນຂອງທັງສອງປະເທດເຮັດໃຫ້ບໍລິເວນຊາຍແດນສ່ວນໃຫຍ່ມີຄວາມສະຫງົບຮຽບຮ້ອຍ, ກອງປະຊຸມຍັງໄດ້ສະໝັບສະໝູນໃຫ້ທຸກໆກົນໄກທີ່ກ່ຽວຂ້ອງຈັດຕັ້ງປະຕິບັດຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງບໍລິເວນຊາຍແດນລະຫວ່າງລັດຖະບານລາວ ກັບ ລັດໄທ ເຊິ່ງໄດ້ລົງນາມຮ່ວມກັນທີ່ນະຄອນຫຼວງວຽງຈັນ ສປປ ລາວ ໃນວັນທີ 17 ທັນວາ 2015.
ພ້ອມນັ້ນ, ຝ່າຍ ລາວສະເໝີໃຫ້ມີການປຶກສາຫາ ລືປັບປຸງ ແລະ ດັດແປງເນື້ອໃນ ຂໍ້ຕົກລົງດັ່ງກ່າວ ເພື່ອໃຫ້ສອດ ຄ່ອງກັບສະພາບການ ແລະ ການຮ່ວມມືໃນປັດຈຸບັນຂອງທັງ ສອງຝ່າຍ, ກອງປະຊຸມເຫັນດີໃຫ້ ຈັດກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ ຮ່ວມກັນປີລະ 4 ຄັ້ງ ໂດຍຜັດປ່ຽນກັນເປັນເຈົ້າພາບ ແລະ ກໍານົດຈໍານວນຄະນະກໍາມະການ, ຜູ້ສັງເກດການພ້ອມດ້ວຍເຈົ້າໝ້າທີ່ເຂົ້າຮ່ວມກອງປະຊຸມ ຝ່າຍລະບໍ່ເກີນ 30 ຄົນ ແຕ່ຖ້າຫາກຝ່າຍໃດເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວແມ່ນເຫັນດີໃຫ້ຝ່າຍນັ້ນຮັບເປັນເຈົ້າພາບຈັດກອງປະຊຸມກອງເລຂານຸ ການຮ່ວມໄປພ້ອມ.
ໃນກອງປະຊຸມ, ປະທານ ຮ່ວມຝ່າຍລາວ ແລະ ປະທານຮ່ວມຝ່າຍໄທໄດ້ພ້ອມກັນຮ່ວມລົງນາມເອກະສານການຮ່ວມວຽກງານຕ່າງໆເຊິ່ງກອງປະຊຸມຄັ້ງຕໍ່ໄປຝ່າຍລາວຮັບເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 28 ໂດຍຈະແຈ້ງກໍານົດເວລາ ແລະ ສະຖານທີ່ຈັດກອງປະຊຸມໃຫ້ຊາບ ຕາມພາຍຫຼັງ.
ໃນໂອກາດດຽວກັນນັ້ນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທຕື່ມອີກ.
ຂ່າວ: ໜັງສືພິມກອງທັບ

