ລີເວີພູລ ຖະແຫລງຢືນຢັນປ່ອຍ 7 ນັກເຕະຫມົດສັນຍາອອກຈາກທີມ

ລີເວີພູລ ທີມດັງແຫ່ງພຣີເມຍລີກ ອັງກິດ ຖະແຫລງຢືນຢັນວ່າຈະປ່ອຍນັກເຕະ 7 ຄົນທີ່ຫມົດສັນຍາອອກ ຈາກ ສະໂມສອນໄລຍະລະດູການນີ້ ເຊິ່ງລວມເຖິງ ດີວອດ ໂອຣີໂກີ ກອງຫນ້າຊາວເບລຢ້ຽມ ແລະ ຢໍຣິສ ຄາຣີອຸສ ຜູ້ຮັກສາປະຕູຊາວເຢຍລະມັນ ທີ່ຫມົດສັນຍາໃນຖິ່ນແອນຟິລແລ້ວ.

ສຳລັບນັກເຕະຄົນອື່ນໆນອກຈາກ ໂອຣິກີ ແລະ ຄາຣີອຸສ ທີ່ຕ້ອງບອກລາຖິ່ນແອນຟິລ ຢ່າງແນ່ນອນແລ້ວ ຍັງປະກອບໄປດ້ວຍ : ເຊຢີ ໂອໂຈ, ເບັນ ວູດເບີນ ແລະ 3 ນັກເຕະທີມຊຸດເຍົາວະຊົນ ໄດ້ແກ່ ເອລິຢາ ດິກຊັນ-ບອນເນີ, ລູອິສ ລອງສະຕາບ ແລະ ຊອນ ວິລສັນ.