ແຮ່ລີ ເຄນ ຍິງປະຕູທີ 50 ໃຫ້ກັບທີມຊາດ ອັງກິດ ຈາກລູກໂທດໄລ່ສະເໝີ ເຢຍລະມັນ ເກັບຄະແນນທຳອິດໃນ ຢູຟ່າ ນາຊັນລີກ

ເກມໃຫຍ່ຂອງກຸ່ມ 3 ເປັນການພົບກັນຂອງສອງຊາດຄູ່ປັບໃນບານເຕະເອີຣົບ ເຢຍລະມັນ ອັນດັບ 2 ມີ 1 ຄະແນນ ເປີດບ້ານພົບກັບ ອັງກິດ ທີມທ້າຍກຸ່ມບໍ່ມີຄະແນນ
ໃນເກມນີ້ “ອິນຊີເຫຼັກ” ຈັດວາງ ໄຄ ຮາແວດສ໌ ຢືນໜ້າເປົ້າ, ໂທມັສ ມູລເລີ ແລະ ຈາມາລ ມູຊີລາ ປັ້ນເກມ, ຂະນະທີ່ “ສິງໂຕຄຳຣາມ” ມີ ແຮ່ລີ ເຄນ ເປັນໜ້າເປົ້າຄົນດຽວ, ຣາຮິມ ສະເຕີລິງ ແລະ ບູກາໂຢ ຊາກ້າ ຢືນປີກຊ້າຍ-ຂວາ
ເກມນີ້ຈົນກວ່າຈະມີປະຕູຕ້ອງລໍຖ້າໃນເຄິ່ງເວລາທີສອງ ນາທີ 50 ເຢຍລະມັນ ໄດ້ປະຕູຂຶ້ນນຳກ່ອນຈາກ ໂຈນາສ ຮັອດມັນ ພິກຍິງເຂົ້າເຂດໂທດ 1-0 ຂະນະທີ່ ອັງກິດ ພະຍາຍາມທວງຄືນຈົນໄດ້ຈຸດໂທດ ນາທີ 86 ຫຼັງຈາກທີ່ ນິໂຄ ສະລັອດເດິແບກ ດຶງ ແຮ່ລີ ເຄນ ລົ້ມໃນເຂດໂທດ ກ່ອນທີ່ຈະລຸກຂຶ້ນໄປຍິງໃຫ້ ສິງໂຕ ໄລ່ຕີສະເໝີ 1-1 ເຊິ່ງເປັນປະຕູທີ 50 ຂອງເຂົາໃນນາມທີມຊາດ
ຊ່ວງທ້າຍເກມບໍ່ມີປະຕູ ຈົບເກມ ສະເໝີກັນ ແລະ ແບ່ງຄະແນນກັນໄປ ສໍາລັບ ເຢຍລະມັນ ຢູ່ອັນດັບ 3 ມີ 2 ຄະແນນ, ນັດຕໍ່ໄປ ພົບກັບ ຮັງກາຣີ ວັນທີ 11 ມິຖຸນາ, ຂະນະທີ່ ອັງກິດ ຢູ່ອັນດັບ 4 ມີພຽງ 1 ຄະແນນ, ເປີດບ້ານພົບ ອີຕາລີ ໃນມື້ດຽວກັນ.

