ນີວຄາສເຊິລ ພ້ອມຈ່າຍງົບເປັນສະຖິຕິສະໂມສອນເພື່ອຄວ້າກອງກາງໂອລິມປິກລີຢົງ

‘‘ ເດິ ທາມ ’’ ລາຍງານວ່າ ນີວຄາສເຊິລ ຢູໄນເຕັດ ສະໂມສອນຈາກພຣີເມຍລີກ ອັງກິດ ກຽມງົບປະມານສະຖິຕິສະໂມສອນ ເພື່ອຄວ້າ ລູຄັສ ປາເກຕາ ກອງກາງຂອງສະໂມສອນ ໂອລິມປິກ ລີຢົງ, ເຊິ່ງກ່ອນຫນ້ານີ້ ນິວຄາສເຊິລ ຫາກໍໄດ້ ບຣູໂນ ກີມາໄຣ ນັກເຕະໂອລິມປິກລີຢົງ ມາເສີມທີມ ເມື່ອເດືອນມັງກອນທີ່ຜ່ານມາ.

ແນວໃດກໍຕາມ ຫລ້າສຸດມີການເປີດເຜີຍວ່າພວກເຂົາກຽມຄວ້ານັກເຕະຈາກລີຢົງມາຮ່ວມທີມອີກຫນຶ່ງລາຍ ຄື ລູຄັສ ປາເກຕາ ເຊິ່ງມີການເປີດເຜີຍວ່າທີມ ນິວຄາສເຊິລ ພ້ອມຈະຈ່າຍງົບເຖິງ 50 ລ້ານປອນ ເພື່ອຊື້ນັກເຕະລາຍນີ້.

ເຊິ່ງຫາກ ປາເກຕາ ຕອບຕົກລົງຍ້າຍມາຢູ່ໃນຖິ່ນ ເຊນເຈມ ປາກ ໃນລາດັ່ງກ່າວແທ້ ກໍຈະເຮັດໃຫ້ລາວກາຍເປັນນັກເຕະທີ່ຄ່າຕົວແພງທີ່ສຸດທີ່ນິວຄາສເຊິລ ຄວ້າຕົວມາຮ່ວມທີມ.