ຕາມຂ່າວຈາກ ຊິນຮວາ ຂອງຈີນ, ວັນທີ25 ພຶດສະພາ 2022ນີ້ ໃຫ້ຮູ້ວ່າ: ຈີນ ສົ່ງເສີມການນຳໃຊ້ ພະລັງງານສະອາດ ໃນຫລາຍດ້ານ ໂດຍສະເພາະ ໂຄງການ ປະສົມ ປະສານ ການຜະລິດໄຟຟ້າ ແລະ ການປະມົງ ທີ່ຈັດຕັ້ງ ປະຕິບັດ ຢູ່ເມືອງຫຍາງໂຈວ ແຂວງຈຽງຊູ ທາງຕາເວັນອອກ ຂອງຈີນ ເດີນໜ້າ ພັດທະນາ ພະລັງງານ ສະອາດ ເປັນຕົ້ນ ພະລັງງານ ແສງຕາເວັນ ແລະ ພະລັງງານລົມ ຢ່າງເຂັ້ມແຂງໃນໄລຍະຊຸມປີຜ່ານມາເຮັດໃຫ້ປັດຈຸບັນມີກຳລັງການຜະລິດດ້ວຍການຕິດຕັ້ງພະລັງງານແສງຕາເວັນ ແລະ ພະລັງງານລົມ ສູງເຖິງ 2,48 ແສນກິໂລວັດ ຊຶ່ງຜະລິດໄຟຟ້າໄດ້ 850 ລ້ານກິໂລວັດຕໍ່ຊົ່ວໂມງ ໂດຍປະລິມານໄຟຟ້າທີ່ຜະລິດ ຈາກພະລັງງານສະອາດເທົ່າທຽບກັບການປະຢັດຖ່ານຫີນມາດຕະຖານ 3,40 ແສນໂຕນ ແລະ ຫລຸດການປ່ອຍແກັສຄາບອນໄດອອກໄຊ 8,41 ແສນໂຕນ.