ຕາມຂ່າວຈາກ ວໍຊີງຕັນ ວັນທີ26 ພຶດສະພາ 2022 ນີ້, ທະນາຄານກາງ ສ.ອາເມລິກາ (ເຟດ) ມີຄວາມພ້ອມ ຈະປັບຂຶ້ນ ອັດຕາດອກ ເບ້ຍອີກ 0,50% ໃນກອງປະຊຸມ 2 ຄັ້ງ ໃນເດືອນ ມິຖຸນາ ແລະ ເດືອນ ກໍລະກົດ ປີນີ້ ເພື່ອປ້ອງກັນ ຄວາມສ່ຽງງ ທີ່ເກີດຈາກ ເງິນເຟີ້. ສຳລັບ ການຄວບຄຸມ ນະໂຍບາຍ ການເງິນ ເພີ່ມຂຶ້ນນັ້ນ ແມ່ນຂຶ້ນກັບ ທ່າອ່ຽງ ເສດຖະກິດ ແລະ ຄວາມສ່ຽງຕ່າງໆ ທີ່ຈະສົ່ງ ຜົນກະທົບຕໍ່ ເສດຖະກິດ ໃນຕໍ່ໜ້າ.