ທະນາຄານໂລກ ອະນຸມັດທຶນ 132 ລ້ານໂດລາ ເພື່ອພັດທະນາຕາມແລວທາງເສດຖະກິດໃໝ່

ອາທິດຜ່ານມາທີ່ນະຄອນຫລວງວຽງຈັນ, ຄະນະຜູ້ບໍລິຫານທະນາຄານໂລກໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດໃນໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ແລະການ ເຊື່ອມຈອດ-ເຊື່ອມໂຍງແນໃສ່ປັບປຸງການຂົນສົ່ງທີ່ທົນທານຕໍ່ສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນພາກພື້ນຕາມແລວທາງທິດຕາເວັນອອກ-ຕາເວັນຕົກທີ່ຜ່ານພາກເໜືອຂອງ ສປປ ລາວ.
ໂຄງການນີ້ ຈະປະກອບສ່ວນຈັດຕັ້ງແຜນແມ່ບົດການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນໂດຍການຍົກລະດັບເສັ້ນທາງເລກ 2 (NR2) ໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ ພ້ອມທັງປອດໄພ ແລະ ທົນທານຕໍ່ການປ່ຽນແປງສະພາບດິນຟ້າອາກາດ ໂດຍມີຄວາມຍາວ 300 ກິໂລແມັດ ແລະ ເປັນສ່ວນໜຶ່ງຂອງເສັ້ນທາງຫລວງອາຊີເລກ 13 (Asian highway 13) ເຊິ່ງຈະເຊື່ອມດ່ານຫ້ວຍໂກນ-ນ້ຳເງິນ ຊາຍແດນປະເທດໄທຫາດ່ານປາງຮົກ-ໄຕຢາງ ຊາຍແດນປະເທດຫວຽດນາມ.
ເສັ້ນທາງນີ້ຍັງໄດ້ຕັດຜ່ານເສັ້ນ ທາງລົດໄຟລາວ-ຈີນ ຢູ່ແຂວງອຸດົມໄຊ ເຊິ່ງເປັນການສ້າງໂອກາດເຊື່ອມໂຍງການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ຂະນະດຽວກັນຍັງຈະຊ່ວຍປັບປຸງບັນດາເສັ້ນທາງທ້ອງຖິ່ນ ຢູ່ແຂວງຫລວງນ້ຳທາ, ຫລວງພະບາງ, ອຸດົມໄຊ, ຜົ້ງສາລີ ແລະ ໄຊຍະບູລີ; ປັບປຸງດ່ານຊາຍແດນ ແລະ ສິ່ງອຳນວຍຄວາມສະດວກການຂ້າມດ່ານເຊິ່ງປະກອບມີການນຳໃຊ້ລະບົບດີຈີຕອນຄຸ້ມຄອງດ່ານຢ່າງມີປະສິດທິພາບ, ເສີມສ້າງຄວາມສາມາດຂອງອົງກອນ, ລະບຽບການຕ່າງໆຂອງພາກສ່ວນການຄ້າກະສິກຳ, ການຂົນສົ່ງຫລາຍຮູບແບບ ແລະ ການວາງແຜນການລົງທຶນໃນຂັ້ນສູນກາງ ແລະ ທ້ອງຖິ່ນ.
ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການ ແນໃສ່ສົ່ງເສີມຜູ້ຜະລິດກະສິກຳຂະໜາດນ້ອຍເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂຶ້ນ ແລະ ສາມາດຊື້-ຂາຍຜ່ານເຄືອຂ່າຍການຂົນສົ່ງໃໝ່ນີ້ ເຊິ່ງຈະເປັນການນຳໃຊ້ປະໂຫຍດສູງສຸດຈາກການເຊື່ອມໂຍງໃນພາກພື້ນໄດ້.
ທ່ານ ອາເລັກສ໌ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ກ່າວວ່າ: ມີຄວາມສຳ ຄັນຫລາຍທີ່ປະຊາຊົນທ້ອງຖິ່ນສາມາດເຂົ້າເຖິງ ແລະ ນຳໃຊ້ການບໍລິການຈາກພື້ນຖານໂຄງລ່າງການຂົນ ສົ່ງຂະໜາດໃຫຍ່ເພື່ອໃຫ້ໄດ້ຮັບຜົນປະໂຫຍດດ້ານເສດຖະກິດ. ໂຄງການແລວທາງເສດຖະກິດໃໝ່ນີ້ບໍ່ພຽງແຕ່ຈະຊ່ວຍຍົກລະດັບເສັ້ນທາງໃນພາກພື້ນເທົ່ານັ້ນ, ແຕ່ຈະຊ່ວຍເຫລືອປະຊາຊົນຜະລິດສິນຄ້າ ແລະການ ເຂົ້າເຖິງຕະຫລາດໄດ້ກວ້າງຂວາງຂຶ້ນ.
ພ້ອມນີ້ຈະຊ່ວຍພັດທະນາສິ່ງອຳນວຍຄວາມສະດວກດ້ານໂລຈິດສຕິກເຊັ່ນ:ທ່າບົກ, ຕະຫລາດຊື້-ຂາຍສິນຄ້າ, ສາງສິນຄ້າ ແລະສູນລວມສິນຄ້າຂອງກະສິກອນເພື່ອສົ່ງອອກ ຕະຫລາດພາຍໃນ ແລະ ຕ່າງປະເທດ. ການອອກແບບພື້ນຖານໂຄງລ່າງນີ້ຈະຄໍານຶງເຖິງຄວາມທົນທານຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບດິນຟ້າອາກາດເຊັ່ນ: ພາຍຸ, ນ້ຳຖ້ວມ ແລະ ດິນເຈື່ອນນຳອີກ.

