ດ່ານສາກົນນໍ້າພາວ ຕິດຕັ້ງ ແລະ ບໍລິການຊິງຊັ່ງທັນສະໄໝ Software ພາສາລາວທີ່ສາມາດເຊື່ອມຕໍ່ລະບົບທະນາຄານ ແລະ ທີ່ຕິດຕາມໄດ້, ໂປງໃສ, ທັນສະໄໝ

ວັນທີ 16 ພຶດສະພາ 2022 ນີ້, ທີ່ໂຮງແຮມລາວພາຊາ ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເຊັນສັນຍາຮ່ວມທຸລະກິດໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝຢູ່ດ່ານສາກົນນໍ້າພາວ ແຂວງບໍລິຄໍາໄຊ, ລະຫວ່າງກະຊວງການເງິນ ໂດຍຕາງໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພD

ໂດຍການລົງນາມຂອງທ່ານ ປອ ສອນເພັດ ອິນທະວົງ ຫົວໜ້າກົມປະຕິຮູບລັດວິສາຫະກິດ ແລະ ການປະກັນໄພ ກະຊວງການເງິນ ກັບ ທ່ານ ສຸກສາຄອນ ໃສທິລາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີທ່ານ ສົມບູນ ອິນທະປັດຖາ ຫົວໜ້າຫ້ອງການກະຊວງການເງິນ, ຮອງຫົວໜ້າກົມພາສີ, ຄະນະຜູ້ອໍານວຍການບໍລິສັດໃສທິລາດຂົນສົ່ງ ຈຳກັດຜູ້ດຽວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບໂຄງການຕິດຕັ້ງ ແລະ ບໍລິການລະບົບຊີງຊັ່ງທັນສະໄໝຢູ່ດ່ານສາກົນນໍ້າພາວ ແຂວງບໍລິຄໍາໄຊ, ແມ່ນໜຶ່ງໃນການພັດທະນາການບໍລິຫານວຽກງານການບໍລິການຂົນສົ່ງໃນສປປ ລາວ ໃຫ້ມີຄຸນນະພາບ ແລະ ພ້ອມຮອງຮັບລູກຄ້າທັງພາຍໃນ ແລະ ສາກົນ, ໂດຍອີງໃສ່ສະພາບໂຕຈິງພາຍໃນປະເທດເຮົາຍັງຊົມໃຊ້ລະບົບຊິງຊັ່ງແບບເດີມ, ການເກັບກຳຂໍ້ມູນການຂົນສົ່ງເຂົ້າອອກ, ປະເພດສີນຄ້າຕ່າງໆຍັງບໍ່ສາມາດຕອບໜອງ ແລະ ເກັບກໍາຂໍ້ມູນໄດ້ຢ່າງລະອຽດຢ່າງລະອຽດ.

ສະນັ້ນ,ເພື່ອເຮັດໃຫ້ວຽກງານການບໍລິການການຊັ່ງນໍ້າໜັກຜ່ານແດນຂອງດ່ານສາກົນໄດ້ຮັບການພັດທະນາຍົກລະດັບການບໍລິການໃຫ້ມີຄວາມທັນສະໄໜ ແລະ ໄດ້ມາດຖານສາກົນ, ທັງເປັນການປະຕິບັດຕາມນະໂຍບາຍວ່າດ້ວຍການເກັບກຳລາຍຮັບເຂົ້າພາກລັດ, ຈຶ່ງເປັນປັດໃຈໜື່ງທີ່ບໍລິສັດໃສທີລາດຂົນສົ່ງ ຈຳກັດຜູ້ດຽວ, ສະເໜີບົດວິພາກໂຄງການຕິດຕັ້ງ ແລະ ບໍລິການລະບົບຊິງຊັ່ງທັນສະໄໝ “ລະບົບຊິງຊັ່ງທັນສະໃໝໃນເຂດດ່ານຊາຍແດນທົ່ວປະເທດ” ຮ່ວມກັບພາກລັດ ແລະ ຂໍອະນຸຍາດຂໍສໍາປະທານການຕິດຕັ້ງລະບົບຊິງຊັ່ງທັນສະໃໝສ້າງໂປຣແກຣມເຂົ້າໃນລະບົບ Cloud-Server ມີໂປຣແກຣມຄວມຄຸມແບບທັນສະໄໜ, ຕິດຕັ້ງ Software ທີ່ສາມາດລະບຸນໍ້າໜັກ,ການຂົນສົ່ງຕົ້ນທາງ-ປາຍທາງ, ຊື່ບໍລິສັດເຈົ້າຂອງສິນຄ້າ, ຊື່ບໍລິສັດທີ່ຂົນສົ່ງ, Software ພາສາລາວທີ່ສາມາດເຊື່ອມຕໍ່ລະບົບທະນາຄານ ແລະ ທີ່ຕິດຕາມໄດ້, ໂປງໃສ, ທັນສະໄໝ.

ໂຄງການຕິດຕັ້ງ ແລະ ບໍລິການລະບົບຊີງຊັ່ງທັນສະໄໝດັ່ງກ່າວ, ລັດຖະບານ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ, ໄດ້ຮັບອັດຕາສ່ວນແບ່ງ 55% ລາຍຮັບຂອງໂຄງການ ແລະ ບໍລິສັດ ໃສທິລາດຂົນສົ່ງ ຈໍາກັດຜູ້ດຽວ (ສທລ) ໄດ້ຮັບອັດຕາສ່ວນແບ່ງ 45% ລາຍຮັບຂອງໂຄງການ. ທັງນີ້, ກໍເພື່ອສະໜອງການບໍລິການຕິດຊັ່ງນໍ້າໜັກຂອງພາຫະນະຂົນສົ່ງສິນຄ້ານໍາເຂົ້າ-ສົ່ງອອກ ສປປ ລາວ ໃຫ້ມີຄຸນນະພາບ ແລະ ພ້ອມຮອງຮັບລູກຄ້າທັງພາຍໃນ ແລະ ສາກົນ.