ກວາດີໂອລາ ວອນ ເຊົາແທມຕັນ ຊ່ວຍຢຸດ ລີເວີພູລ ເພື່ອໂອກາດຄວ້າແຊ໊ມທີ່ສົດໃສ

ເປບ ກວາດີໂອລ ຜູ້ຈັດການທີມ ແມນເຊສເຕີ ຊິຕີ ເວົ້າລັກສະນະຕະຫລົກໃນການຝາກໃຫ້ ເຊົາແຮມຕັນ ເປີດບ້ານເອົາຊະນະ ລີເວີພູລ ດ້ວຍປະຕູ 4-0.
ສຳລັບສະຖານະການແຊ໊ມຂອງການແຂ່ງຂັນພຣີເມຍລີກ ອັງກິດ ລະດູການນີ້ ກັບມາເຂັ້ມຂຸ້ນອີກເທື່ອຫນຶ່ງ ຫລັງ ແມນເຊສຕີ ຊິຕີ ທີມຜູ້ນຳຕ້ອງສະດຸດໃນນັດຫລ້າສຸດທີ່ສະເຫມີກັບ ເວສແຮມ ຢູໄນເຕັດ 2-2 ເມື່ອວັນທີ 15 ພຶດສະພາທີ່ຜ່ານມາ.
ຈາກຜົນງານດັ່ງກ່າວເຮັດໃຫ້ ແມນຊິຕີ ຈະຍັງນຳເປັນຜູ້ນຳຢູ່ ໂດຍພວກເຂົາມີຄະແນນຫລາຍກວ່າ ລີເວີພູລ ຮອງຜູ້ນຳ 4 ຄະແນນ ແຕ່ແຂ່ງຫລາຍກວ່າ 1 ເກມ.
ຂະນະທີ່ ລີເວີພູລ ມີຕາຕະລາງນັດຕົກຄ້າງໃນການບຸກໄປຢາມ ເຊົາແຮມຕັນ ວັນທີ 17 ພຶດສະພານີ້ ເຊ່ິງໄດ້ມີນັກຂ່າວໄປຖາມ ເປບ ກວາດີໂອລາ ວ່າຫຍັງຝາກບອກ ເຊົາແຮມຕັນບໍ່ ເຊິ່ງຜູ້ຈັດການທີມຊາວສະເປນກໍກ່າວແບບຕະຫລອດວ່າ ‘‘ ຂ້ອຍຢາກບອກວ່າ ເອົາຊະນະ ລີເວີພູລ ໃຫ້ໄດ້ 4-0 ’’.
ເປີດຜົນງານ 7 ນັດທີ່ ເຊົາແທມຕັນ ເຄີຍສ້າງຄວາມເຈັບແສບໃຫ້ກັບທີມໃຫຍ່ໃນພຣີເມຍລີກ ລະດູການນີ້ :
- 22 ສິງຫາ 2021 (ເຝົ້າບ້ານ) ສະເຫມີ ແມນຢູ 1-1.
- 18 ກັນຍາ 2021 (ໄປຢາມ) ສະເຫມີ ແມນຊິຕີ 0-0.
- 28 ທັນວາ 2021 (ເຝົ້າບ້ານ) ສະເຫມີ ສະເປີ 1-1.
- 22 ມັງກອນ 2022 (ເຝົ້າບານ) ສະເຫມີ ແມນຊິຕີ 1-1.
- 9 ກຸມພາາ 2022 (ເຝົ້າບ້ານ) ຊະນະ ສະເປີ 3-2.
- 12 ກຸມພາ 2022 (ເຝົ້າບ້ານ) ສະເຫມີ ແມນຢູ 1-1.

