ເທນ ຮາກ ແຈ້ງຄະນະບໍລິຫານແມນ ຢູ ກຽມດຶງດາວດັງຂອງ ເຊລຊີ ຮ່ວມທີມ

ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ ຕົກເປັນຂ່າວວ່າ ຢາກໄດ້ຫນຶ່ງໃນດາວດັງຂອງ ເຊລຊີ ມາຮ່ວມທີມໃນລະດູການນີ້.

ເດລີ ມິຣເຣີ ສື່ຊື່ດັງຂອງອັງກິດ ລາຍງານວ່າ : ເອຣິກ ເທນ ຮາກ ຜູ້ຈັດການທີມຄົນໃຫມ່ຂອງ ແມນເຊສເຕີ ຢູໄນເຕັດ ກະຕຸ້ນຄະນະບໍລິຫານຂອງສະໂມສອນໃຫ້ເດີນຫນ້າຄວ້າ ເອັນໂກໂລ ກ໊ອງເຕ ກອງກາງທີມຊາດຝຣັ່ງ ຊຸດຄວ້າແຊ໊ມບານໂລກ 2018 ຂອງ ສິງໂຕນຳ້ເງິນ ເຊລຊີ ມາສູ່ຖິ່ນ ໂອນ ແທຣັດຟອດ ໃນລະດູການນີ້.

ເປັນທີ່ເຂົ້າໃຈກັນວ່າ ຕຳແໜ່ງກອງກາງຕົວຮັບ ເປັນຈຸດທີ່ ເທນ ຮາກ ຕ້ອງການເພີ່ມແຂງແກ່ນໃຫ້ກັບ ແມນຢູ ເພາະທີ່ຜ່ານມານັກເຕະຢ່າງ ເຟຣັດ ຫລື ສະກັອດ ແມັກໂທມີນາ ຍັງເຮັດໄດ້ບໍ່ດີພໍໃນຕຳແຫນ່ງດັ່ງກ່າວ ສ່ວນ ເນມັນຢາ ມາຕິສ ກໍຈະຍ້າຍທີມຫລັງຫມົດສັນຍາໄລຍະດູການນີ້ ເຮັດໃຫ້ຈຳເປັນຕ້ອງເລັ່ນຫາຕົວແທນໂດຍໄວ ແລະ ຕາມລາຍງານຫລ້າສຸດລະບຸວ່າ ເທນ ຮາກ ເຊື່ອຫມັ້ນວ່າ ກ໊ອງເຕ ຈະເປັນການເສີມທີມທີ່ສົມບູນແບບ ແລະໄດ້ແຈ້ງຄະນະບໍລິຫານຮູ້ແລ້ວ.

ສຳລັບ ກ໊ອງເຕ ປັດຈຸບັນ ອາຍຸ 31 ປີ ເຫລືອສັນຍາກັບ ເຊລຊີ ອີກພຽງ 1 ປີ ແລະ ເຊື່ອກັນວ່າເຈົ້າຂອງ ເຊລຊີ ກໍພ້ອມທີ່ຈະພິາລະນາຂາຍ ກ໊ອງເຕ ເຊັ່ນດຽວກັນ ເພື່ອນຳເງິນມາລະດົມທຶນໃນການດຶງນັກເຕະເຂົ້າມາໃຫມ່ ເພາະເບິ່ງວ່າ ກ໊ອງເຕ ເລີ່ມອາຍຸຫລາຍ ໂດຍນອກຈາກ ກ໊ອງເຕ ແລ້ວ ແມນຢູ ຍັງມີຂ່າວພົວພັນກັບ ແຟຣັງກີ ເດິ ຢອງ ກອງກາງຂອງບາເຊໂລນາ ແລະ ດີແຄລນ ໄຣ ຂອງເວສແຮມ ຢູໄນເຕັດ ນຳອີກ.