ດະໄວ ຢອກ ເລີ່ມຕົ້ນເສັ້ນທາງອາຊີບຜູ້ຈັດການທີມ ຮັບຄຸມທີມໃນລີກອອສເຕຣເລຍ

 

ດະໄວ ຢອກ ອະດີດນັກເຕະດັງທີ່ເຄີຍຫລິ້ນໃນອັງກິດມາດົນຫລາຍປີ ເລີ່ມຕົ້ນເສັ້ນທາງອາຊີບຜູ້ຈັດການທີມດ້ວຍການຮັບວຽກຄຸມທີມ ມາຄາເທີ ເອຟຊີ ແຫ່ງລີກອອສເຕຣເລຍ ໂດຍຕົກລົງເຊັນສັນຍາ 2 ປີ.

ສະໄຫມຍັງເປັນນັກເຕະ ຢອກ ຫລິ້ນໃນທີມອັງກິດໃຫ້ກັບ ແອສຕັນ ວິລລາ, ແມນເຊສເຕີ ຢູໄນເຕັດ, ແບລັກເບີນ ໂຣເວີ, ເບີມິງແຮມ ຊິຕີ ແລະ ຊັນເດີແລນ.

ໂດຍໄລຍະຢູ່ກັບແມນຢູ ໃນປີ 1998-2002 ຢອກປະສົບຄວາມສຳເລັດຢ່າງຫລາຍ ມີສ່ວນສຳຄັນນຳທີມຄວ້າ 3 ແຊ໊ມທັງພຣີ ເມຍລີກ, ເອຟເອ ຄັບ ແລະ ຢູຟາ ແຊ໊ມປຽນລີກ ລະດູການ 1998-99 ລົງຫລິ້ນກັບສະໂມສອນແຫ່ງນີ້ໄປ 152 ນັດລວມທຸກລາຍການ ຍິງໄດ້ 65 ປະຕູ.

ຢອກທີ່ເຄີຍມາຫລິ້ນໃນອອສເຕຣເລຍ ກັບ ຊິດນີ ເອຟຊີ ໃນປີ 2005-07 ເຜີຍຄວາມຮູ້ສຶກທີ່ໄດ້ຮັບງານໃຫມ່ວ່າ ‘‘ ຂ້ອຍຕື່ນເຕັ້ນຢ່າງຫລາຍກັບງານຄຸມທີມຄັ້ງທຳອິດໃນຊີວິດກັບມາຄາເທີ ເອຟຊີ ຂ້ອຍຕິດຕາມບານເຕະອອສເຕຣເລຍມາຕໍ່ເນື່ອງ ເຮັດໃຫ້ຮູ້ຈັກບານເຕະທີ່ນີ້ ແລະ ຮູ້ເຖິງຄວາມຄາດຫວັງຂອງແຟນບານດີ ’’.