ເລວານດອບສະກີ ບໍ່ຕໍ່ສັນຍາ ບາເຢິນມິວນິກ ຕ້ອງການຍ້າຍທີມ

ຮາຊານ ຊາລິຮາມິດຊິດ ຜູ້ອຳນວຍການກິລາ ບາເຢິນ ມິວນິກ ຢືນຢັນວ່າ ໂຣເບີດ ເລວານດອບສະກີ ກອງຫນ້າຕີຄົມຕ້ອງການຍ້າຍອອກຈາກ ບາເຢິນ ມິວນິກ ເພື່ອຊອກຫາຄວາມທ້າທາຍໃຫມ່ ແຕ່ສະໂມສອນກໍຢາກເກັບລາວວໄວ້ຈົນສັນຍາຈະຫມົດລົງ.

ສຳລັບ ເລວານດອບສະກີ ຕົກເປັນຂ່າວເຊື່ອມໂຍງເລື່ອງການຍ້າຍທີມຕໍ່ເນື່ອງ ຫລັງລາວຍັງບໍ່ສາມາດຕໍ່ສັນຍາກັບສະໂມສອນທີ່ເຫລືອເຖິງປີ 2023​ອອກໄປ ເຖິງວ່າ ບາເຢິນ ມິວນິກ ພ້ອມຈະຍື່ນສັນຍາສະບັບໃຫມ່ໃຫ້.