ອາຊຽນ-ອາເມລິກາ ປິດກອງປະຊຸມສະໄໝພິເສດ ທ່າມກາງຄວາມຸ້ງໝັ້ນຍົກລະດັບການພົວພັນ ສູ່ການເປັນຫຸ້ນສ່ວນທາງຍຸດທະສາດ

ກອງປະຊຸມອາຊຽນ-ອາເມລິກາ ສະໄໝພິເສດ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 13 ພຶດສະພາ ເຊິ່ງເປັນວັນທີ 2 ແລະ ວັນສຸດທ້າຍ ປິດລົງດ້ວຍຂໍ້ຕົກລົງທີ່ອາເມລິກາ ແລະ ອາຊຽນຈະເຮັດວຽກຮ່ວມກັນ ເພື່ອຍົກລະດັບການພົວພັນໄປສູ່ການເປັນຫຸ້ນສ່ວນທາງຍຸດທະສາດຢ່າງຄວບຄຸມພາຍໃນເດືອນພະຈິກຂອງປີນີ້.

ໂດຍກອງປະຊຸມຄັ້ງນີ້ ເປັນການສະເຫລີມສະຫລອງຄົບຮອບ 45 ປີ ແຫ່ງການພົວພັນລະຫວ່າງ ອາຊຽນ ແລະ ອາເມລິກາ ເຊິ່ງອາເມລິກາ ແລະ ປະເທດອາຊຽນ ໄດ້ອອກຖະແຫລງການຮ່ວມລະບຸວ່າ: ການຍົກລະດັບໄປສູ່ການເປັນຫຸ້ນສ່ວນທາງຍຸດທະສາດລະຫວ່າງກັນ ຈະເປັນການຮ່ວມມືທີ່ “ມີຄວາມໝາຍ ເປັນຮູບປະທຳ ແລະ ເປັນປະໂຫຍດຮ່ວມກັນ”.

ຂະນະທີ່, ປະທານາທິບໍດີ ໂຈ ໄບເດນ ຂອງອາເມລິກາ ກ່າວໃນວາລະກອງປະຊຸມຕອນບ່າຍວັນທີ 13 ພຶດສະພາ ໂດຍປະກາດເປີດສັກກະຍະພາບໃໝ່ແຫ່ງການພົວພັນລະຫວ່າງ ອາເມລິກາ ແລະ ອາຊຽນ, ພ້ອມຍົກຍ້ອງຄວາມສຳຄັນຂອງອາຊຽນວ່າເປັນອະນາຄົດ ແລະ ປະຫວັດສາດໂລກຈຳນວນຫລາຍໃນອີກ 50 ປີຕໍ່ໜ້າ ຈະຖືກຂຽນໃນປະເທດອາຊຽນ.

ນອກຈາກນີ້, ທ່ານ ໄບເດນ ຍັງປະກາດຈະສະເໜີຊື່ທ່ານ ໂຢຮັນເນສ ອັບຣາຮຳ ເສນາທິການ ແລະ ເລຂາທິການບໍລິຫານຂອງຄະນະມົນຕີຄວາມໝັ້ນຄົງແຫ່ງຊາດ ໃຫ້ຮັບຕຳແໜ່ງເອກອັກຄະລັດຖະທູດອາເມລິກາປະຈຳອາຊຽນ ເຊິ່ງເປັນຕຳແໜ່ງທີ່ວ່າງລົງນັບແຕ່ຍຸກລັດຖະບານອະດີດປະທານາທິບໍດີ ໂດນັລ ທຣຳ ໃນປີ 2017 ໂດຍຖືເປັນການເຄື່ອນໄຫວທີ່ໄດ້ຮັບການສະໜັບສະໜູນຈາກຜູ້ນຳອາຊຽນ.

ຂະນະທີ່ກ່ອນໜ້ານີ້, ຜູ້ນຳອາເມລິກາຍັງປະກາດຄຳໝັ້ນໃນການສະໜັບສະໜູນງົບປະມານ 150 ລ້ານໂດລາສະຫະລັດ ສຳລັບປະເທດອາຊຽນ ເພື່ອໃຊ້ໃນການພັດທະນາໂຄງລ່າງພື້ນຖານດ້ານພະລັງງານສະອາດ ແລະ ຄວາມໝັ້ນຄົງທາງທະເລ ລວມທັງໂຄງການດ້ານສາທາລະນະສຸກ ແລະ ການສຶກສາ.

ອ້າງອີງ: