ທ່ານ ກິມຈອງອຸນ ຍອມຮັບ ໂຄວິດເຮັດໃຫ້ ສປປ ເກົາຫລີ ‘ປັ່ນປ່ວນຄັ້ງໃຫຍ່’ ແຕ່ຈະຜ່ານໄປໃຫ້ໄດ້

ຜູ້ນຳ ສປປ ເກົາຫລີ ຍອມຮັບ ສະຖານະການໂຄວິດ-19 ເຮັດໃຫ້ປະເທດ “ວຸ້ນວາຍຢ່າງໜັກ” ແຕ່ເຊື່ອໝັ້ນວ່າ: ການຮ່ວມມືຂອງທຸກຝ່າຍຈະສາມາດເຮັດໃຫ້ຜ່ານພົ້ນວິກິດຄັ້ງນີ້ໄປໄດ້.
ວັນທີ 14 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ສຳນັກຂ່າວກາງເກົາຫລີ (KCNA) ກະບອກສຽງຂອງລັດຖະບານພຽງຢາງ ລາຍງານຜູ້ເສຍຊີວິດຈາກ “ພາວະໄຂ້ສູງຜິດປົກກະຕິ” ເພີ່ມອີກ 21 ຄົນ ໃນວັນທີ 13 ພຶດສະພາຜ່ານມາ ແລະ ສະຖິຕິຜູ້ເສຍຊີວິດສະສົມຢ່າງເປັນທາງການຈາກອາການປ່ວຍດັ່ງກ່າວມີຢ່າງໜ້ອຍ 27 ຄົນ ນັບແຕ່ມີການຢືນຢັນສະຖານະການການແພ່ລະບາດຂອງໂຄວິດ-19 ຢ່າງເປັນທາງການໃນປະເທດໃນທ້າຍອາທິດນີ້.
ທັງນີ້, ນັບແຕ່ທ້າຍເດືອນເມສາຜ່ານມາ ຈົນຮອດວັນທີ 13 ພຶດສະພາ, ສປປ ເກົາຫລີ ຢືນຢັນສະຖິຕິຜູ້ປ່ວຍສະສົມຈາກອາການໄຂ້ສູງຜິດປົກກະຕິຢ່າງໜ້ອຍ 524.440 ຄົນ ແລະ ຍັງເຫລືອຜູ້ປ່ວຍຕ້ອງເຂົ້າຮັບການປິ່ນປົວຢູ່ໃນລະບົບອີກຢ່າງໜ້ອຍ 280.810 ຄົນ ໂດຍບໍ່ມີການໃຫ້ຂໍ້ມູນຢ່າງຊັດເຈນກ່ຽວກັບຈຳນວນຜູ້ຕິດເຊື້ອໃນຮອບ 24 ຊົ່ວໂມງຫລ້າສຸດ ວ່າມີຈຳນວນເພີ່ມຂຶ້ນຈັກຄົນ.
ທ່ານ ກິມຈອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ກ່າວເຖິງວິກິດດ້ານສາທາລະນະສຸກຄັ້ງນີ້ວ່າ: ຮຸນແຮງ ແລະ ສ້າງຄວາມວຸ້ນວາຍໃຫ້ປະເທດຢ່າງໃຫຍ່ ນັບແຕ່ມີການສ້າງຕັ້ງປະເທດ, ແຕ່ວ່າຖ້າທຸກພາກສ່ວນມີສັດທາ ແລະ ຄວາມເຊື່ອໝັ້ນຕໍ່ນະໂຍບາຍຂອງພັກທີ່ກ່ຽວຂ້ອງກັບກິດຈະການສາທາສາລະນະສຸກ “ເຊິ່ງຕ້ອງປັບປຸງໃຫ້ດີກວ່ານີ້” ແລະ ຮ່ວມກັນປະຕິບັດຕາມແນວທາງສາທາລະນະສຸກຂັ້ນພື້ນຖານຢ່າງເຄັ່ງຂັດ ສປປ ເກົາຫລີ ຈະຜ່ານພົ້ນວິກິດຄັ້ງນີ້ໄປໄດ້.
ຂະນະດຽວກັນ, ທ່ານ ກິມຈອງອຸນ ຍັງກ່າວເຖິງການຖອດບົດຮຽນຈາກມາດຕະການຄວບຄຸມການແພ່ລະບາດຂອງພະຍາດ ຕາມແນວທາງຂອງຈີນ ໂດຍທ່ານຜູ້ນຳສັ່ງລັອກດາວ ສປປ ເກົາຫລີ ທົ່ວປະເທດ ນັບແຕ່ວັນທີ 12 ພຶດສະພາຜ່ານມາ.

