ໂຣນັລໂດ ກຽມຢູ່ຍາວ ຫລັງແມນຢູໄດ້ ເທນ ຮາກ ເປັນຜູ້ຈັດການທີມໃຫມ່

ຄຣິສຕຽນໂນ ໂຣນັລໂດ ດາວຍິງຊຸບເປີສະຕາຂອງ ແມນເຊສເຕີ ຢູໄນເຕັດ ກຽມຢູ່ຍາວໃນຖິ່ນ ໂອນ ແທຣັບ ຟອດ ຕໍ່ໄປ ຫລັງເປີດເຜີຍດີໃຈທີ່ພວມຈະໄດ້ ເອຣິກ ເທນ ຮາກ ມາເປັນຜູ້ຈັດການທີມຄົນໃຫມ່.
ຄຣິສຕຽນໂນ ໂຣນັລໂດ ດາວຍິງທີມຊາດໂປຣຕຸເກສ ກ່າວເປັນທຳນອງວ່າ ຫນ້າຈະຢູ່ກັບ ແມນ ຢູໄນເຕັດ ຕໍ່ໄປໃນລະດູການຫນ້າ ເມື່ອເປີດເຜີຍວ່າ ລາວຮູ້ສຶກດີໃຈ ແລະ ຕື້ນຕັນໃຈທີ່ ເອຣິກ ເທນ ຮາກ ຍອດຜູ້ຈັດການທີມຊາດຮອນແລນ ພວມຈະກ້າວເຂົ້າມາຮັບຕຳແຫນ່ງຜູ້ຈັດການທີມຄົນໃຫມ່ຂອງ ແມນ ຢູໄນເຕັດ.
ກ່ອນຫນ້ານີ້ມີລາຍງານວ່າ ໂຣນັລໂດ ອາດຈະໂບກມືອຳລາຖິ່ນ ໂອນ ແທຣັບຟອດ ໃນລະດູນີ້ ຫລັງຈາກທີ່ ຕົ້ນສັງກັດ ບໍ່ສາມາດຄວ້າໂຄຕ້າໄປຫລິ້ນໃນຢູຟາແຊ໊ມປຽນລີກ ລະດູການຫນ້າໄດ້ສຳເລັດ.
ແຕ່ຈາກການໃຫ້ປາກຄຳຫລ້າສຸດກ່ຽວກັບ ເທນ ຮາກ ຂອງ ໂຣນັລໂດ ເຮັດໃຫ້ມີທ່າອ່ຽງວ່າ ລາວຫນ້າຈະຍັງບໍ່ຫນີ ແມນຢູ ໄປໃສ ໃນລະດູການ 2022-23.
‘‘ ເຮົາທຸກຄົນຕ່າງດີ ແລະ ຕື້ນຕັນໃຈ ບໍ່ແມ່ນແຕ່ນັກເຕະເທົ່ານັ້ນ ແຕ່ຍັງລວມໄປເຖິງແຟນບານນຳອີກ ຂ້ອຍຂໍໃຫ້ລາວໂຊກດີ ແລະ ມາ ແລະ ເຊື່ອວ່າ ເຮົາຈະຄວ້າແຊ໊ມໄດ້ໃນປີຫນ້າ ສິ່ງທີ່ຂ້ອຍຮູ້ກ່ຽວກັບລາວກໍຄືລາວເຮັດວຽກໃຫ້ອາແຈັກ ໄດ້ຢ່າງສຸດຍອດ ’’.

