ພຣີເມຍລີກເປີດ 8 ລາຍຊື່ ເຂົ້າຊີງນັກເຕະດີເດັ່ນແຫ່ງລະດູການ

ພຣີເມຍລີກ ເປີດລາຍຊື່ 8 ຜູ້ຜ່ານການຄັດເລືອກຊີງຊະນະເລີດລາງວັນນັກເຕະດີເດ່ັນປະຈຳລະດູການ ໂດຍ ແມນເຊສເຕີ ຊິຕີ ແລະ ລີເວີພູລ ມີລາຍຊື່ເຂົ້າປະກາດຝັ່ງລະ 2 ຄົນ.

ສຳລັບຝັ່ງຂອງທີມຜູ້ນຳ ແມນຊິຕີ ຄົນທີ່ໄດ້ຮັບເລືອກເປັນ ເຄວິນ ເດິ ບຣອຍ ກອງກາງທີມຊາດເບລຢ້ຽມ ເຊິ່ງເຄີຍໄດ້ລາງວັນນີ້ມາແລ້ວເມື່ອລະດູການ 2019-20 ແລະ ເຊົາ ຄັນເຊໂລ ກອງຫລັງທີມຊາດໂປຣຕຸເກສ.

ສ່ວນທີມຮອງຜູ້ນຳ ລີເວີພູລ ມີ ໂມຮາເຫມັດ ຊາລາ ກອງຫນ້າທີມຊາດອີຢິບ ຜູ້ເຄີຍໄດ້ຮັບລາງວັນໃນລະດູການ 2017-18 ແລະ ເທຮນ ອາເລັກຊານເດີ ອາໂນລ ກອງຫລັງທີມຊາດອັງກິດ.

ສ່ວນອື່ນໆໄດ້ແກ່ ຈາຣອດ ໂບເວນ (ເວສແຮມ ຢູໄນເຕັດ), ບູຄາໂຍ ຊາກາ (ອາເຊນອລ), ຊອນ ຮຶງ  ມິນ (ທັອດແນມ ຮັອດສະເປີ) ແລະ ເຈມ ວອດ ເພຣົາ (ເຊົາແທມຕັນ).

ລາງວັນນີ້ຈະຕັດສິນດ້ວຍການໃຫ້ແຟນບານຮ່ວມລົງຄະແນນທາງເວັບໄຊພຣີເມຍລີກ ເຖິງວັນທີ 16 ພຶດສະພາ ພ້ອມດ້ວຍການລົງຄະແນນຈາກຫົວຫນ້າທີມ 20 ສະໂມສອນໃນລີກ ແລະ ຄະນະກຳມະການຜູ້ຊ່ຽວຊານດ້ານກິລາບານເຕະນຳອີກ.

ນອກຈາກນີ້ ພຣີເມຍລີກຍັງເປີດຊື່ 5 ຜູ້ເຂົ້າຊີງລາງວັນຜູ້ຈັດການທີມດີເດ່ັນ ເຊິ່ງປະກອບໄປດ້ວຍ ໂທມັສ ແຟຣັງ (ເບຣນຟອດ), ເປບ ກວາດີໂອລາ (ແມນຊິຕີ), ເອັດຕີ ຮາວ (ນີວຄາສເຊິລ ຢູໄນເຕັດ), ເຈີເກັນ ຄລອບ (ລີເວີພູລ), ແລະ ປາທຣິກ ວິເອຣາ (ຄຣິສຕັລ ພາເລດ).

ຂະນະທີ່ລາງວັນດາວຮຸ່ງດີເດັ່ນມີຜູ້ເຂົ້າຊີງ 8 ລາຍ ໄດ້ແກ່ ເທຣນ ອາເລັກຊານເດີ ອາໂນລ (ລີເວີພູລ), ຟິລ ໂຟເດັນ (ແມນຊິຕີ), ເມສັນ ເມົ້າ (ເຊລຊີ), ເດແຄລນ ໄຣ (ເວສແຮມ ຢູໄນເຕັດ), ຄໍເນີ ກັລລາເກີ (ຄຣິສຕັລ ພາເລດ), ໄທຮິກ ມິດເຊລ (ຄຣິສຕັລ  ພາເລດ), ອາຣອນ ແຣມເດລ (ອາເຊນອລ), ບູຄາໂຢ ຊາກາ (ອາເຊນອລ).

ໂດຍທັງສອງລາງວັນນີ້ ຈະໃຫ້ແຟນບານຮ່ວມລົງຄະແນນເຖິງວັນທີ 16 ພຶດສະພາ ເຊັ່ນດຽວກັນ ພ້ອມດ້ວຍການລົງຄະແນນຈາກຄະນະກຳມະການຜູ້ຊ່ຽວຊານດ້ານບານເຕະ.