ອາເມຍ ຂ່ານ ນັກຊົກຊື່ດັງປະກາດແຂວນນວມຢ່າງເປັນທາງການໃນໄວ 35 ປິ

ອາເມຍ ຂ່ານ ກຳປັ້ນອະດີດແຊ໊ມໂລກຮຸ່ນໄລເວດ ຈາກອັງກິດ ປະກາດແຂວນນວມຢ່າງເປັນທາງການໃນໄວ 35 ປີ.
ສຳລັບ ຂ່ານ ຄືນັກມວຍທີ່ໄດ້ຮັບການຈັບຕາຢ່າງຫລາຍ ຫລັງລາວສາມາດຄວ້າຫລຽນເງິນໂອລິມປິກ 2004 ຮຸ່ນໄລເວດມາຄອງໄດ້ຕັ້ງແຕ່ມີອາຍຸພຽງ 17 ປີເທົ່ານັ້ນ.
ແລະ ຫວັງຈາກນັ້ນ ລາວກໍໄດ້ຂຶ້ຊົກອາຊີບກັບນັກມວຍຊື່ດັງຫລາຍຄົນ ເຊ່ັນ ກາເນໂລ ອັນວາເລສ ແລະ ເທເຣນ ຄຣໍຟອດ ເປັນຕົ້ນ ພ້ອມເປັນອະດີດແຊ໊ມໂລກຮຸ່ນໄລເວດຂອງສະມາຄົມວຍໂລກ (WBA) ແລະ ສະຫະພັນມວຍນາໆຊາດ (IBF).
ແນວໃດກໍຕາມ ຫລັງຈາກການຊົກຄັ້ງຫລ້າສຸດທີ່ລາວເສຍໃຫ້ ເຄລ ບຣູກ ນັກຊົກຫມູ່ຮ່ວມຊາດເມື່ອເດືອນກຸມພາທີ່ຜ່ານມາ ຂ່ານ ໄດ້ກ່າວວ່າ ອາດຕັດສິນໃຈທີ່ຈະອຳລາສັງວຽນເນື່ອງຈາກຫມົດແຮງຈູງໃຈ.
ຈົນຫລ້າສຸດ ຂ່ານ ໄດ້ໂພສຂໍ້ຄວາມຜ່ານທະວິດເຕີສ່ວນຕົວໃນການແຂວນນວມທາງການໃນອາຍຸ 35 ປີ ‘‘ ຂ້ອຍໄດ້ເວລາວາງນວມແລ້ວ ຂ້ອຍຮູ້ສຶກມີຄວາມສຸກທີ່ໄດ້ມີອາຊີບທີ່ຫນ້າມະຫັດສະຈັນຫລາຍກວ່າ 27 ປີ ຂ້ອຍຢາກຈະກ່າວຂອບໃຈຈິງ ແລະ ສຳລັບທີມງານທີ່ດີຂອງຂ້ອຍ ລວມເຖິງຄອບຄົວ, ຫມູ່ເພື່ອນ ແລະ ແຟນມວຍຂອງຂ້ອຍສຳລັບຄວາມຮັກ ແລະ ການສະໜັບສະຫນູນທີ່ພວກເຂົາສະແດງໃຫ້ເຫັນ ’’.
ທັງນີ້ ຂ່າວ ມີສະຖິຕິການຊົກຕະຫລອດອາຊີບ 40 ຄັ້ງ ຊະນະ 37 ຄັ້ງ (ຊະນະນ໊ອກ 21 ຄັ້ງ) ແລະ ເສຍ 6 ຄັ້ງ.

