ທໍາລາຍຢາສູບໄຟຟ້າ ແລະ ຢາສູບຈີນ ທີ່ນໍາເຂົ້າບໍ່ຖືກຕ້ອງ

ວັນທີ 12 ພຶດສະພາ 2022, ຢູ່ສູນບໍາບັດຂີ້ເຫຍື້ອຫລັກ 32 ເມືອງໄຊທານີ ນວ, ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ ສົບທົບກັບພະແນກອຸດສາຫະກໍາ ແລະ ການຄ້າ ນວ ທໍາລາຍຢາສູບໄຟຟ້າຈໍານວນ 946 ກັບ ແລະ ຢາສູບຈີນຈໍານວນ 9 ແກັດ, ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ໄດ້ຈໍາໜ່າຍຢູ່ ນະຄອນຫລວງວຽງຈັນ.
ພັທ ສົມຈິດ ຟອງສະຫວັນ ຮອງຫົວຫນ້າພະແນກຕໍາຫລວດ ປ້ອງກັນເສດຖະກິດ ໃຫ້ຮູ້ວ່າ: ວັນທີ 11 ກຸມພາ 2022 ແລະ ວັນທີ 2 ມີນາ 2022 ໄດ້ຮັບແຈ້ງຈາກພົນລະເມືອງວ່າ: ມີຮ້ານຄ້າຢູ່ເຂດເມືອງໄຊເສດຖາ ແລະ ເມືອງສີໂຄດຕະບອງ ນວ ຈໍາຫນ່າຍຢາສູບໄຟຟ້າ ຈາກນັ້ນ ເຈົ້າໜ້າທີ່ ຈິ່ງໄດ້ລົງກວດກາ ເຫັນວ່າມີມູນຄວາມຈິງ ແລະໄດ້ກວດພົບຢາສູບໄຟຟ້າຢູ່ຮ້ານຂອງ ນາງ ສຸພັດຕາ ຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ 300 ກັບ, ພົບເຫັນຢູ່ຮ້ານ ນາງສຸວັນນີ ຕັ້ງຢູ່ບ້ານຊໍາເກດ ເມືອງສີໂຄດຕະບອງ 84 ກັບ, ພົບເຫັນຢູ່ຮ້ານ ນາງ ວອນທິດາ ຕັ້ງຢູ່ບ້ານໂຊກໃຫຍ່ ເມືອງໄຊເສດຖາ362 ກັບ ແລະ ພົບເຫັນຢູ່ຮ້ານ ທ້າວ ສິດທິເອກ ຕັ້ງຢູ່ບ້ານຈອມມະນີ ເມືອງໄຊເສດຖາ 200 ກັບ ພ້ອມທັງ ກວດພົບຢາສູບຈີນ 9 ແກັດ; ເຊິ່ງການກະທໍາດັ່ງກ່າວ ແມ່ນລະເມີດຕໍ່ແຈ້ງການ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1279/ຫສນນຍ, ລົງວັນທີ 13 ສິງຫາ 2018 ກ່ຽວກັບການຫ້າມນໍາເຂົ້າ, ຈໍາໜ່າຍ ແລະ ບໍລິໂພກຢາສູບໄຟຟ້າຂອງ ສປປ ລາວ ແລະ ຜິດຕໍ່ມາດຕາ 276 ວ່າດ້ວຍການຜະລິດ, ຂົ່ນສົ່ງ, ນໍາເຂົ້າ,ຂາຍ ຫຼື ແລກປ່ຽນສິນຄ້າທີ່ເກຶອດຫ້າມ.
ດັ່ງນັ້ນ ຈິ່ງໄດ້ທໍາລາຍຢາສູບຈໍານວນດັ່ງກ່າວ ສ່ວນເຈົ້າຂອງຮ້ານ ເຈົ້າຫນ້າທີ່ໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນ.

