ການພັດທະນາລັດວິສາຫະກິດ ຮອດປີ 2040 ຍຸດທະສາດ ຮອດປີ 2030 ເພື່ອປັບປຸງໃຫ້ເຂັ້ມແຂງ ເກັບພັນທະເຂົ້າງົບປະມານ ແລະ ສ້າງລາຍຮັບອັນໝັ້ນຄົງ

ໃນວັນທີ 12 ພຶດສະພາ 2022 ໄດ້ຈັດກອງປະຊຸມ ຄະນະຄົ້ນຄວ້າຜ່ານຮ່າງວິໄສທັດ ການພັດທະນາວິສາຫະກິດລັດລົງທຶນ ຮອດປີ 2040 ແລະ ຍຸດທະສາດ ຮອດປີ 2030 ໂດຍການເປັນປະທານທ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີຕ່າງໜ້າກະຊວງ ປ້ອງກັນປະເທດ (ປກຊ), ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານກາງ ແລະ ພາກທີ່ກ່ຽວຂ້ອງ ກະຊວງການເງິນ ເຂົ້າຮ່ວມ.

ຈຸດປະສົ່ງ, ເພື່ອໃຫ້ແຜນຍຸດທະສາດການປະຕິຮູບລັດວິສາຫະກິດ ມີເນື້ອໃນຄົບຖ້ວນສົມບູນ ແລະ ສາມາດນຳໄປຈັດຕັ້ງຜັນຂະຫຍາຍໄດ້ຢ່າງເປັນເອກະພາບ ແລະ ມີ ປະສິດທິພາບສູງ ໃນທຸກຂະແໜງການທີ່ວິສາຫະກິດລັດລົງທຶນ ເຫັນວ່າຕ້ອງແຕ່ງຕັ້ງຄະນະຊີ້ນໍາລວມໃນການ ຄົ້ນຄວ້າ ຮ່າງຍຸດທະສາດປະຕິຮູບລັດວິສາຫະກິດ ຢູ່ ສປປ ລາວ, ເຊິ່ງຫົວໜ້າຄະນະຊີ້ນຳແມ່ນລະດັບຮອງ ລັດຖະມົນຕີກະຊວງການເງິນ ແລະ ຄະນະທີ່ມາຈາກຂະແໜງການອື່ນທີ່ກ່ຽວຂ້ອງ.

ໃນກອງປະຊຸມຍັງໄດ້ຮັບຟັງ ການລາຍງານສັງລວມຫຍໍ້ຜົນການຄົ້ນຄວ້າ ແລະ ປັບປຸງຮ່າງວິໄສທັດການພັດທະນາ ວິສາຫະກິດ ລັດລົງທຶຮອດປີ 2040 ແລະ ຍຸດທະສາດ ຮອດປີ 2030 ເພື່ອປະຕິບັດໜ້າທີ່ຍຸດທະສາດຂອງຊາດ ພ້ອມທັງຜັນຂະຫຍາຍ ຍຸດທະສາດ ຂອງກະຊວງການເງິນ ເພື່ອພັບປຸງລັດວິສາຫະກິດ ໃຫ້ເຂັ້ມແຂງ ແລະ ສ້າງນິຕິກຳ ເພື່ອເປັນເຄື່ອງມືໃນ ການຄຸ້ມຄອງ ແລະ ເອື້ອຍອຳນວຍໃຫ້ລັດວິສາຫະກິດ ສາມາດປະຕິບັດພັນທະເຂົ້າງົບປະມານ ແລະ ສ້າງເປັນຖານລາຍຮັບອັນໝັ້ນຄົງ ແລະ ຍືນຍົງຂອງລັດຖະບານ, ດັ່ງນັ້ນ, ໃນຮ່າງ ວິໄສທັດການພັດທະນາວິສາຫະກິດລັດລົງທຶນ ຮອດປີ 2040 ແລະ ຍຸດທະສາດ ຮອດປີ 2030 ໄດ້ຕິລາຄາສະພາບການລວມຂອງລັດວິສາຫະກິດ ແລະ ການຄຸ້ມຄອງລັດວິສາຫະກິດ ໃນໄລຍະຜ່ານມາ, ຄຽງຄູ່ກັບການຕີລາຄາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຄຸ້ມຄອງລັດວິສາຫະກິດ ເພື່ອກຳນົດທິດທາງ ການເຄື່ອນໄຫວມີປະສິດທິຜົນ ເພື່ອໃຫ້ຂະແຫນງທີ່ກ່ຽວຂ້ອງ, ສ້າງຫົວຫນ້າວິສາຫະກິດຂຶ້ນໃຫມ່

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນຍັງໃຫ້ຮູ້ວ່າ:

ເພື່ອປະຕິບັດຕາມການຊີ້ນຳ ຈຶ່ງໄດ້ແຕ່ງຕັ້ງຂຶ້ນ ຕາມຂໍ້ຕົກລົງ ຂອງກະຊວງການເງິນ ສະບັບເລກທີ່ 2206/ກງ ລົງວັນທີ, ໂດຍປະກອບມີ ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ເປັນຜູ້ຊີ້ນຳ ແລະ ຫົວຫນ້າກົມ ຄລນ ເຫັນຫົວຫນ້າຄະນະ, ພ້ອມທັງບັນດາຄະນະຈາກພາກສ່ວນທີ່ກ່ຽວຂ້ອງທີ່ລັດວິສາຫະກິດຂຶ້ນກັບ ແລະ ເພື່ອຄົ້ນຄວ້າ ຮ່າງແຜນຍຸດທະສາດການພັດທະນາວິສາຫະກິດລັດລົງທຶນ ໄລຍະ 05 ປີ ແຕ່ 2021 – 2025 ແລະ ວິໄສທັດຮອດປີ 2030, ຮ່າງ ວິໄສທັດການພັດທະນາວິສາຫະກິດລັດລົງທຶນ ຮອດປີ 2040 ແລະ ຍຸດທ ສາດ ຮອດປີ 2030 ໄດ້ຮ່າງເບື້ອງຕົ້ນສຳເລັດເປັນພື້ນຖານ ແລະ ໄດ້ປັບປຸງຕາມການປະກອບຄຳເຫັນຂອງບັນດາ ທ່ານ ຄະນະກໍາມາການ, ໂດຍຮ່າງໄດ້ກ່າວ ແມ່ນໄດ້ສ້າງຕາມໂຄງຮ່າງການກຳນົດຮ່າງຍຸດທະສາດຕາມຫລັກການ ແລະ ປະກອບມີອົງປະກອບດັ່ງນີ້: ປະກອບມີ 4 ພາກ ຄື:

ພາກທີ 1: ສະພາບລວມຂອງການພັດທະນາລັດວິສາຫະກິດ ໃນໄລຍະຜ່ານມາ;
ພາກທີ 2: ວິໄສທັດຮອດປີ 2040 ແລະ ທິດທາງລວມ, ຄາດຫມາຍສູ້ຊົນ ຮອດປີ 2030.
ພາກທີ 3: ຍຸດທະສາດການພັດທະນາວິສາຫະກິດລັດລົງທຶນ ແຕ່ປີນີ້ຮອດປີ 2030
ພາກທີ 4: ວິທີການ ແລະ ມາດຕະການຈັດຕັ້ງປະຕິບັດ

ເພື່ອເຮັດໃຫ້ເນື້ອໃນຂອງຮ່າງວິໄສທັດຄົ້ບຖ້ວນ, ສອດຄ່ອງກັບສະພາບການຈັດຕັ້ງປະຕິບັດຕົວ ຈິງ ໃຫ້ມີຄວາມສົມບູນ ແລະ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ເພື່ອສ້າງເງື່ອນໄຂໃຫ້ລັດວິສາຫະກິດເປັນເສົ້າຄໍ້າເສດຖະກິດ, ສາມາດປະຕິບັດຫນ້າທີ່ການເມືອງ ທີ່ພັກ ແລະ ລັດມອບຫມາຍໃຫ້ເປັນກ້າວໆ.