ສປປ ເກົາຫລີ ຢືນຢັນຜູ້ເສຍຊີວິດ 6 ຄົນຈາກພະຍາດໂຄວິດ-19 ພົບຄົນເປັນໄຂ້ 1,8 ໝື່ນໃນວັນດຽວ

ສື່ ສປປ ເກົາຫລີ ເຜີຍ ພົບການລະບາດຂອງ “ໄຂ້ປິດສະໜາ” ນັບແຕ່ທ້າຍເດືອນເມສາ ແລະ ມີຜູ້ປ່ວຍນັບແສນຄົນ, ແຕ່ຍັງບໍ່ຮູ້ຈຳນວນຜູ້ຕິດໂຄວິດທີ່ແທ້ຈິງ.

ວັນທີ 13 ພຶດສະພາ 2022, ສຳນັກຂ່າວຢອນຮັບ (Yonhap) ລາຍງານວ່າ: ສປປ ເກົາຫລີ ພົບຜູ້ເສຍຊີວິດຈາກພະຍາດໂຄວິດ-19 ແລ້ວ 6 ຄົນ ຖືເປັນການຢືນຢັນຜູ້ເສຍຊີວິດຈາກໂຄວິດຢ່າງເປັນທາງການຄັ້ງທຳອິດ ຫລັງຈາກໃນວັນທີ 12 ພຶດສະພາ ຫາກໍອອກມາປະກາດວ່າພົບການລະບາດຈົນຕ້ອງເຂົ້າສູ່ການລັອກດາວທົ່ວປະເທດ.

ຂະນະທີ່ KCNA ສື່ຂອງ ສປປ ເກົາຫລີ ເຜີຍວ່າ: ພົບອາການໄຂ້ປິດສະໜາທີ່ລະບາດຢ່າງວ່ອງໄວນັບແຕ່ທ້າຍເດືອນເມສາ ຈົນມີຜູ້ໄດ້ຮັບຜົນກະທົບປະມານ 350.000 ຄົນ ແລະ ຍັງມີການລະບຸວ່າ 162.000 ຄົນໄດ້ຮັບການປິ່ນປົວຈົນຫາຍດີແລ້ວ.

ສະເພາະວັນທີ 12 ພຶດສະພາວັນດຽວ ມີຜູ້ປ່ວຍດ້ວຍອາການໄຂ້ເພີ່ມຂຶ້ນທົ່ວປະເທດເຖິງ 18.000 ຄົນ ໂດຍປັດຈຸບັນມີຜູ້ຕ້ອງແຍກຕົວອອກໄປປິ່ນປົວເຖິງ 187.800 ຄົນ.

ເຖິງຢ່າງໃດກໍຕາມ, ຍັງບໍ່ມີການຢືນຢັນຢ່າງຊັດເຈນວ່າມີຜູ້ໄດ້ຮັບເຊື້ອໂຄວິດ-19 ແທ້ໆຈັກຄົນ ເນື່ອງຈາກຍັງບໍ່ສາມາດຫາສາເຫດຂອງອາການໄຂ້ໄດ້.

ຈາກເຫດການທີ່ເກີດຂຶ້ນນີ້ ມີລາຍງານວ່າ: ທ່ານ ກິມຈອງອຸນ ຜູ້ນຳສູງສຸດຂອງ ສປປ ເກົາຫລີ ໄດ້ອອກມາວິພາກວິຈານເຈົ້າໜ້າທີ່ທີ່ປ່ອຍໃຫ້ມີການລະບາດເກີດຂຶ້ນ ໂດຍລະບຸວ່າການລະບາດຂອງໄຂ້ຫວັດຢ່າງຕໍ່ເນື່ອງໃນພື້ນທີ່ເມືອງຫລວງ ສະແດງໃຫ້ເຫັນວ່າມີຈຸດບອບບາງຢູ່ໃນລະບົບປ້ອງກັນການລະບາດ.

ຜູ້ນຳ ສປປ ເກົາຫລີ ຍັງສັ່ງລັອກດາວທຸກເມືອງເພື່ອຢຸດການລະບາດຂອງ “ໄວຣັສຮ້າຍ” ຊະນິດນີ້ ແລະ ເນັ້ນໃຫ້ເຈົ້າໜ້າທີ່ສາທາລະນະສຸກເຝົ້າສັງເກດອາການຜູ້ປ່ວຍທຸກຄົນທີ່ມີໄຂ້, ໃຊ້ວິທີປິ່ນປົວທາງວິທະຍາສາດ ແລະ ເພີ່ມລະບົບການຈ່າຍຢາໃຫ້ດີຍິ່ງຂຶ້ນ.

ອ້າງອີງ:

https://en.yna.co.kr/view/AEN20220513000851325?section=nk/nk

https://apnews.com/…/covid-health-south-korea-north…