ເຖິງຜົນງານງຽບ, ແຕ່ ເມສຊີ ຍັງຄອງແຊ໊ມນັກກິລາລາຍຮັບສູງທີ່ສຸດໃນໂລກ

ລີໂອເນລ ເມສຊີ ຄວ້າແຊ໊ມນັກກິລາຍໄດ້ສູງສຸດຂອງໂລກ ຕາມມາດ້ວຍ ເລບຣອນ ເຈມ ແລະ ຄຣິສຕຽນໂນ ໂຣນັລໂດ ເຖິງວ່າຕົ້ນສັງກັດທັງ 3 ຄົນຈະມີຜົນງານບໍ່ດີໃນປີນີ້ກໍຕາມ.
‘‘Forbs’’ ສື່ກິລາຊື່ດັງລະດັບໂລກ ເປີດເຜີຍຜົນການຈັດອັນດັບນັກກິລາທີ່ສ້າງລາຍຮັບໄດ້ສູງສຸດໃນປີ 2022 ເຊິ່ງຜົນປາກົດວ່າ ລີໂອເນລ ເມສຊີ ກອງຫນ້າທີມຊາດອາເຈນຕີນາຂອງ ສະໂມສອນ ປາຣີສ ແຊັງ ແຊັກແມັງ ທີມແຫ່ງ ລີກ ເອິງ ຂອງຝຣັ່ງ ຄວ້າອັນດັບ 1 ໄປຄອງ.
ເຖິງວ່າຜົນງານຂອງ ເມສຊີ ຈະຕົກໄປຢ່າງຫນ້າໃຈຫາຍໃນລະດູການປັດຈຸບັນ ແຕ່ລາວກໍຍັງມີລາຍຮັບລວມ 130 ລ້ານໂດລາ ສະຫະລັດ ແບ່ງເປັນລາຍໄດ້ຈາກຜົນງານໃນສະຫນາມ 75 ລ້ານໂດລາສະຫະລັດ ເນື່ອງຈາກຕົ້ນສັງກັດຈ່າຍຄ່າເມື່ອຍຈຳນວນມະຫາສານ ແລະ ລາຍໄດ້ອື່ນຈາກນອກສະຫນາມອີກ 55 ລ້ານໂດລາສະຫະລັດ.
ສ່ວນອັນດັບ 2 ເປັນຂອງ ເລບຣອນ ເຈມ ຟໍເວີດແອລເອ ເລເກີ ສະໂມສອນບາສເກດບອລເອັນບີເອ ເຊິ່ງບໍ່ໄດ້ຜ່ານເຂົ້າຮອບເພລອອບໃນລະດູການນີ້ ເຊິ່ງລາວສ້າງລາຍໄດ້ລວມ 121,2 ລ້ານໂດລາສະຫະລັດ (ຜົນງານໃນສະຫນາມ 41,2 ລ້ານໂດລາສະຫະລັດ, ນອກສະຫນາມ 80 ລ້ານໂດລາສະຫະລັດ ).
ອັນດັບ 3 ຄຣິສຕຽນໂນ ໂຣນັລໂດ ກອງຫນ້າທີມຊາດໂປຣຕຸເກສຂອງສະໂມສອນ ແມນເຊສເຕີ ຢູໄນເຕັດ ທີມແຫ່ງພຣີເມຍລີກ ອັງກິດ ສ້າງລາຍຮັບລວມ 115 ລ້ານໂດລາສະຫະລັດ (ຜົນງານໃນສະຫນາມ 60 ລ້ານໂດລາສະຫະລັດ, ນອກສະຫນາມ 55 ລ້ານໂດລາສະຫະລັດ).
ສ່ວນອັນດັບອື່ນທີ່ຢູ່ໃນ 10 ອັນດັບທຳອິດ ໄດ້ແກ່ : ອັນດັບ 4 ເນມາ ( 95 ໂດລາສະຫະລັດ), ອັນດັບ 5ສະຕີເຟນ ເຄີຣີ (ບາສເກດບອລ, 92,8 ລ້ານໂດລາສະຫະລັດ), 6. ເຄວິນ ດູແລນ (ບາສເກດບອລ, 92,1 ລ້ານໂດລາສະຫະລັດ).
ອັນດັບ 7 ໂຣເຈີ ເຟີເດີເຣີ (ເທັນນິສ 90.7 ລ້ານໂດລາສະຫະລັດ) 8. ກາເນໂຣ ອັນບາເລດ (ມວຍປໍ້າ 90 ລ້ານໂດລາສະຫະລັດ) 9. ທອມ ເບຣດີ (ອາເມລິກັນຟຸດບອລ 83.9 ລ້ານໂດລາສະຫະລັດ) 10. ຈານນິສ ອັນເຕໂຕຄູມໂປ (ບານບ້ວງ 80.9 ລ້ານໂດລາສະຫະລັດ)

