ລີເວີພູລ ອາດຕັດສິນໃຈປ່ອຍ 3 ດາວດັງປະຈຳທີມ ເພື່ອຕັດບັນຫາການເງິນ

‘‘ Goal ’’ ສື່ຊື່ດັງໃນອັງກິດລາຍງານຂ່າວວ່າ : ລີເວີພູລ ສະໂມສອນໃຫຍ່ແຫ່ງພຣີເມຍລີກ ອັງກິດ ອາດຕັດສິນໃຈບໍ່ຕໍ່ສັນຍາກັບ ໂມຮາເໝັດ ຊາລາ ປີກທີມຊາດອີຢິບ, ຊາດີໂອ ມາເນ ປີກທີມຊາດເຊເນກັລ ແລະ ໂຣແບໂຕ ເຟີມີໂນ ກອງຫນ້າທີມຊາດບຣາຊິລ 3 ປະສານກອງຫນ້າຂອງທີມ ແທນທີ່ຂອງເກ່ົາທີ່ຈະຫມົດລົງໃນປີ 2023.

ເປັນທີ່ຮູ້ກັນດີວ່າ 3 ຄົນ ພວມຈະຫມົດສັນຍາພ້ອມໆກັນ ແນວໃດກໍຕາມບັນຫາກໍຄືເລື່ອງຄ່າເມື່ອຍທີ່ຈະຕໍ່ສັນຍາໃຫ້ກັບທັງ 3 ຄົນ ເຊິ່ງຄາດວ່າຈະເປັນກ້ອນເງິນມະຫາສານ ຖ້າຈະໃຫ້ທຸກຄົນໄດ້ເທົ່າກັນ ກໍເທົ່າກັບວ່າທີມຈະຕ້ອງເສຍເງິນມະຫາສານ ແລະ ຖ້າຈະໃຫ້ຄົນໃດຄົນຫນຶ່ງຫລາຍເປັນພິເສດ ກໍຈະບໍ່ຢຸດຕິທຳກັບຄົນອື່ນໆ ແລະຕາມລາຍງານຫລ້າສຸດລະບຸວ່າ ລີເວີພູລ ອາດຈະຕັດບັນຫາດ້ວຍການປ່ອຍທັງ 3 ຄົນ ອອກຈາກທີມ ຫລັງຫມົດສັນຍາໄປເລີຍ.

ທັງນີ້ ສຳລັບ ຊາລາ ຖືວ່າການເຈລະຈາສັນຍາສະບັບໃຫມ່ນັ້ນຍັງຍືດເຍື້້ອຍາວນານທີ່ສຸດ ແລະ ຈົນເຖິງຕອນນີ້ກໍຍັງບໍ່ໄດ້ຂໍ້ສະຫລຸດ ແຖມຜົນງານການຫລິ້ນຂອງນັກເຕະໃນໄລຍະຫວັງກໍບໍ່ຄ່ອຍເດ່ັນເທົ່າທີ່ຄວນ, ສ່ວນ ມາເນ ກໍຍັງຖ້າເບິ່ງທ່າທີຂອງ ຊາລາ ແຕ່ຈາກການທີ່ ມາເນ ຍົກລະດັບຜົນງານຂຶ້ນມານັ້ນຫນ້າຈະເຮັດໃຫ້ຮຽກຄ່າເມື່ອຍຈຳນວນຫລາຍໄດ້ ແລະ ສ່ວນ ເຟີມີໂນ ນັ້ນບໍ່ແມ່ນຈອມຖະຫລົ່ມປະຕູທີ່ຈະຍິງໄດ້ຫລາຍໆຢູ່ແລ້ວ ແຖມຍັງມີບັນຫາອາການບາດເຈັບລົບກວນຢູ່ເລື້ອຍໆ ລີເວີພູລ ຈຶ່ງບໍ່ຢາກຈະຕໍ່ສັນຍາກັບລາວ.