ອັງກິດ-ສະວິດ ເຊັນຂໍ້ຕົກລົງ ພ້ອມໃຫ້ການຊ່ວຍເຫລືອທາງທະຫານ ຖ້າຝ່າຍໃດຝ່າຍໜຶ່ງຖືກໂຈມຕີ

ນາຍົກລັດຖະມົນຕີອັງກິດປະກາດພ້ອມຊ່ວຍເຫລືອສະວິດ ແລະ ແຟງລັງ ກໍລະນີຖືກໂຈມຕີລະຫວ່າງລໍຖ້າເຂົ້າຮ່ວມ NATO.
ວັນທີ 11 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ນາຍົກລັດຖະມົນຕີ ບໍຣິສ ຈອນສັນ ຂອງອັງກິດ ຕັດສິນໃຈເຮັດຂໍ້ຕົກລົງດ້ານຄວາມໝັ້ນຄົງກັບສະວິດ ແລະ ແຟງລັງ ໂດຍສັນຍາວ່າຈະໃຫ້ການສະໜັບສະໜູນທັງ 2 ປະເທດຖ້າຖືກປະເທດອື່ນຮຸກຮານ.
ນາຍົກລັດຖະມົນຕີ ຈອນສັນ ໄດ້ເດີນທາງໄປນະຄອນຫລວງສະຕອກໂຮມຂອງສະວິດເປັນບ່ອນທຳອິດ ເພື່ອພົບກັບນາຍົກລັດຖະມົນຕີ ມັກດາເລນາ ແອນເດິສັນ ແລະ ມີການເຊັນຂໍ້ຕົກລົງຮ່ວມກັນ, ຈາກນັ້ນມີກຳນົດເດີນທາງໄປແຟງລັງຕໍ່ທັນທີ ເພື່ອເຊັນຂໍ້ຕົກລົງໃນລັກສະນະດຽວກັນຕໍ່ໄປ.
ຜູ້ນຳອັງກິດກ່າວໃນການຖະແຫລງຮ່ວມວ່າ: ເມື່ອເອີຣົບສະຫລອງວັນແຫ່ງໄຊຊະນະໃນປີ 1945 ສ່ວນໜຶ່ງເກີດຂຶ້ນໄດ້ຈາກການເປັນຮີໂລ້ຂອງຊາວຣັດເຊຍ ແລະ ເຮົາຫວັງວ່າສັນຕິພາບໃນທະວີບຂອງເຮົາຈະຍືນຍາວ, ແຕ່ແຜນການກະຫາຍເລືອດຂອງ ປູຕິນ ຕໍ່ປະເທດທີ່ມີອະທິປະໄຕ ເຮັດໃຫ້ຄວາມຫວັງນັ້ນສິ້ນສຸດລົງ.
ເມື່ອຖືກຖາມວ່າ: ອັງກິດຈະຊ່ວຍເຫລືອສະວິດແນວໃດ ຖ້າຖືກຮຸກຮານໃນລະຫວ່າງຂັ້ນຕອນການເຂົ້າຮ່ວມອົງການສົນທິສັນຍາອັດລັງຕິກເໜືອ (NATO), ນາຍົກລັດຖະມົນຕີ ຈອນສັນ ຕອບວ່າ: ຂຶ້ນຢູ່ກັບວ່າສະວິດຮ້ອງຂໍຫຍັງ ອັງກິດຈະມອບການຊ່ວຍເຫລືອດັ່ງກ່າວໃຫ້.
ຫລັງຈາກມີລາຍງານອອກມາວ່າທັງສະວິດ ແລະ ແຟງລັງກຳລັງພິຈາລະນາຈະສະໝັກເຂົ້າຮ່ວມ NATO ໄດ້ເກີດຄວາມກັງວົນຂຶ້ນວ່າ: ຖ້າມີການຍື່ນສະໝັກຢ່າງເປັນທາງການເກີດຂຶ້ນ ອາດເປັນສາເຫດເຮັດໃຫ້ຣັດເຊຍຕັດສິນໃຈໃຊ້ກຳລັງທະຫານບຸກລຸກທັງ 2 ປະເທດ.
ເຊິ່ງໃນລະຫວ່າງນັ້ນ ທັງແຟງລັງ ແລະ ສະວິດຈະຍັງບໍ່ຖືວ່າເປັນສະມາຊິກຂອງ NATO ຢ່າງເຕັມຕົວ ເຮັດໃຫ້ທາງ NATO ບໍ່ສາມາດສົ່ງທະຫານເຂົ້າມາຊ່ວຍປ້ອງກັນໄດ້ ເຊິ່ງຈະເຮັດໃຫ້ທັງສອງຕົກຢູ່ໃນຄວາມສ່ຽງຫລາຍ.
ດ້ວຍເຫດນີ້ເອງ, ສະວິດ ແລະ ແຟງລັງຈຶ່ງຕ້ອງການຈະໃຫ້ມີການຮັບປະກັນຄວາມປອດໄພ ໂດຍສະເພາະຈາກປະເທດມະຫາອຳນາດ ເພື່ອຣັດເຊຍຈະບໍ່ກ້າສົ່ງກຳລັງທະຫານເຂົ້າມາຮຸກຮານໄດ້ງ່າຍໆ.
ນອກຈາກອັງກິດແລ້ວ ຍັງມີອາເມລິກາອີກປະເທດໜຶ່ງທີ່ໃຫ້ຄຳໝັ້ນສັນຍາວ່າຈະມອບການຊ່ວຍເຫລືອໃຫ້ກໍລະນີສະວິດ ຫລື ແຟງລັງຖືກໂຈມຕີຫລັງຍື່ນຂໍເຂົ້າຮ່ວມ NATO.
ອ້າງອີງ:
https://www.bbc.com/news/live/world-europe-61404062
