ອອປສ ແລະ ກະຊວງການເງິນ ຄົ້ນຄວ້າປຶກສາຫາລືການສ້າງກົນໄກປະສານງານໃຫ້ສອດຄ່ອງ

ວັນທີ 10 ພຶດສະພາ 2022 ນີ້, ທີ່ອົງການໄອຍະການ ປະຊາຊົນສູງສຸດ (ອອປສ) ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືກ່ຽວກັບການສ້າງກົນໄກປະສານງານລະຫວ່າງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການເງິນ.
ໂດຍການເປັນປະທານຮ່ວມຂອງທ່ານ ຄໍາເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກກະຊວງການເງິນ, ມີຄະນະປະສານງານຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການເງິນ, ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງຂອງທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມໄດ້ມີການຜ່ານຮ່າງບົດບັນທຶກຮ່ວມກັນລະຫວ່າງອົງການໄອຍະການ ປະຊາຊົນສູງສຸດ ແລະ ກະຊວງການເງິນ ກ່ຽວກັບການກໍານົດກົນໄກການປະສານງານ ເພື່ອເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິຂອງສະພາແຫ່ງຊາດເຂົ້າສູ່ວຽກງານຕົວຈິງຂອງອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການເງິນ, ທັງເປັນການຮັບປະກັນ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນກ່ຽວກັບການດໍາເນີນຄະດີພາສີ, ອາກອນ ແລະ ການກະທໍາຜິດອື່ນໆທີ່ກ່ຽວຂ້ອງໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍ.
ຊຶ່ງທັງສອງຝ່າຍໄດ້ຕົກລົງສ້າງບົດບັນທຶກຮ່ວມກ່ຽວກັບການກໍານົດກົນໄກປະສານງານຄື: ແຕ່ງຕັ້ງຄະນະປະສານງານຮ່ວມລະຫວ່າງອົງການໄອຍະການ ປະຊາຊົນສູງສຸດ ແລະ ກະຊວງການເງິນ ເພື່ອຄົ້ນຄວ້າປຶກສາຫາລື ແລະ ຕົກລົງກ່ຽວກັບການດໍາເນີນຄະດີພາສີ, ອາກອນ ແລະ ຄະດີອື່ນໆທີ່ກ່ຽວຂ້ອງທີ່ເປັນການກະທໍາຜິດທາງອາຍາ ຊຶ່ງມີຄວາມຫຍຸ້ງຍາກສັບສົນ, ຄະດີລາຍໃຫ່ຍ, ຄະດີທີ່ສັງຄົມໃຫ້ຄວາມສົນໃຈ, ການກໍານົດເຫດການຂອງຄະດີ, ການຕີຄວາມໝາຍຂອງກົດໝາຍ, ການນໍາໃຊ້ວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ. ພ້ອມທັງຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດຢ່າງໃກ້ສິດ, ແທດເຖິງ ແລະ ທັນການ, ໃຫ້ຄະນະປະສານງານຄົ້ນຄວ້າສ້າງຄໍາແນະນໍາ, ຄໍາສັ່ງ, ຄໍາແນະນໍາຮ່ວມ ແລະ ນິຕິກໍາອື່ນໆ.
ທັງນີ້, ເພື່ອເປັນບ່ອນອີງໃຫ້ແກ່ອົງການໄອຍະການປະຊາຊົນ, ອົງການສືບສວນ-ສອບສວນຂອງເຈົ້າໜ້າາທີ່ພາສີ ແລະ ເຈົ້າໜ້າທີ່ສ່ວຍສາອາກອນນໍາໄປຈັດຕັ້ງປະຕິບັດເປັນເອກະພາບໃນຂອບເຂດທົ່ວປະເທດ, ກໍານົດກົນໄກລະບອບການປະຊຸມຂອງຄະນະປະສານງານ ແລະ ສະຫຼຸບລາຍງານສະຖິຕິການດໍາເນີນຄະດີຕໍ່ຜູ້ກະທໍາຜິດກົດໝາຍພາສີ, ກົດໝາຍອາກອນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງທີ່ເປັນການກະທໍາຜິດທາງອາຍາ.
ພ້ອມນັ້ນ, ຍັງໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະປະສານງານຮ່ວມ ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ກະຊວງການເງິນ, ຊຶ່ງໄດ້ຕົກລົງແຕ່ງຕັ້ງຄະນະປະສານງານຈາກອົງການໄອຍະການ ປະຊາຊົນສູງສຸດຈໍານວນ 8 ທ່ານ ແລະ ກະຊວງການເງິນຈໍານວນ 12 ທ່ານ ເພື່ອຈັດຕັ້ງປະຕິບັດພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງແຕ່ລະພາກສ່ວນໃຫ້ຖືກຕ້ອງ ສອດຄ່ອງຕາມກົດໝາຍ ແລະ ມີຄວາມເປັນເອກະພາບ.
ນອກຈາກນັ້ນ, ໃນກອງປະຊຸມຍັງໄດ້ມີການປະກອບຄໍາຄິດເຫັນຂອງແຕ່ລະພາກສ່ວນຕໍ່ກັບຮ່າງຂໍ້ຕົກລົງ ແລະ ຮ່າງບົດບັນທຶກຮ່ວມ ແລະ ບັນຫາອື່ນໆເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດ, ຄວາມເຫັນຮ່ວມກັນຕື່ມ ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານດັ່າງກ່າວໃຫ້ໄດ້ຮັບຜົນສໍາເລັດ.

