ທ່ານນາຍົກລັດຖະມົນຕີເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາ ທີ່ນະຄອນຫລວງວໍຊິງຕັນ

ວັນທີ 10 ພຶດສະພາ 2022 ນີ້ ທ່ານ ພັນຄຳ ວິພາວັນ ນາຍົກ ໍລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນສປປ ລາວ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດອາເມລິກາທີ່ວໍຊິງຕັນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 12-13 ພຶດສະພາ 2022 ນີ້.
ກອງປະຊຸມສຸດຍອດອາຊຽນໄດ້ສະແດງໃຫ້ເຫັນບຸລິມະສິດຂອງສະຫະລັດອາເມລິກາໃນຂົງເຂດອິນໂດ-ປາຊີຟິກ ທີ່ເສລີ ແລະ ເປີດກວ້າງໂດຍອີງໃສ່ຄວາມໝາຍໝັ້ນຮ່ວມກັນ, ເພື່ອຜົນປະໂຫຍດຮ່ວມກັນ ລວມເຖິງການເຄົາລົບຄວາມເປັນສູນກາງອາຊຽນທີ່ເຂັ້ມແຂງ, ມີອຳນາດອະທິປະໄຕ, ເອກະລາດ, ການເຄົາລົບສິດທິມະນຸດ ແລະ ລັດແຫ່ງກົດໝາຍ.

