ແມນຊິຕີ ປະກາດຄວ້າ ຮາແລນ ຢ່າງເປັນທາງການ-ພ້ອມເປີດຄ່າຕົວນັກເຕະຖືກກວ່າທີ່ຄິດ

 

ຄູ່ແຂ່ງ ພຣີເມຍລີກ ຫນາວແນ່ນອນ ຫລັງ ແມນເຊສເຕີ ຊິຕີ ຢືນຢັນປິດການຊື້ຂາຍ ກັບ ໂບຣຸສເຊຍ ດອດມຸນ ໃນການຄວ້າ ເອີລິງ ຮາແລນ ມາເສີມທີມຮຽບຮ້ອຍ ດ້ວຍສັນຍາເຖິງປີ 2027 ສ່ວນຄ່າຕົວຢູ່ທີ່ 51,2 ລ້ານປອນ.

ແມນເຊສເຕີ ຊິຕີ ທີມຜູ້ນຳ ພຣີເມຍລີກ ອັງກິດ ປະກາດຢືນຢັນວ່າໄດ້ບັນລຸຂໍ້ຕົກລົງກັບ ໂບຣຸສເຊຍ ດອດມຸນ ສະໂມສອນຊັ້ນນຳແຫ່ງ ບຸນເດສລີກາ ເຢຍລະມັນໃນການຄວ້າ ເອີລິງ ຮາແລນ ກອງຫນ້າທີມຊາດ ນໍເວ ມາເຂົ້າຖິ່ນ ເອຕີຮັດ ສະເຕດ້ຽມ ເປັນທີ່ຮຽບຮ້ອຍແລ້ວ ເມື່ອວັນອັງຄານທີ 10 ພຶດສະພາທີ່ຜ່ານມາ.

ແມນເຊສເຕີ ຊິຕີ ຖະແຫລງວ່າ ‘‘ ແມນເຊສເຕີ ຊິຕີ ສາມາດຢືນຢັນໄດ້ວ່າ ພວກເຮົາບັນລຸຂໍ້ຕົກລົງກັບ ໂບຣຸສເຊຍ ດອດມຸນ ແລ້ວ ເຖິງເລື່ອງການຍ້າຍທີມຂອງ ເອີລິງ ຮາແລນ ມາສູ່ສະໂມສອນຂອງເຮົາໃນວັນທີ 1 ກໍລະກົດ 2022 ເວລານີ້ເຫລືອພຽງການຕົກລົງເງື່ອນໄຂສ່ວນຕົວຂັ້ນສຸດທ້າຍກັບນັກເຕະເທົ່ານັ້ນ ’’.

ດາວຍິງອາຍຸ 21 ປີ ຈະເຊັນສັນຍາໃນຖິ່ນ ເອຕິຮັດ ຈົນເຖິງປີ 2027 ສ່ວນຄ່າຕົວບໍ່ໄດ້ສູງຢ່າງທີ່ມີລາຍງານກັນໃນຕອນທຳອິດ ໂດຍ ແອດເລຕິກ ສື່ໃນອັງກິດເຜີຍວ່າ ແມນຊິຕີ ຈ່າຍຕາມຄ່າຈີກສັນຍາຢູ່ທີ່ 51,2 ລ້ານປອນ ບໍ່ແມ່ນ 64 ລ້ານປອນ ແຕ່ຢ່າງໃດ.

ທັງນີ້ ຮາແລນ ໂຊຟອມສຸດຍອດໄດ້ດີກັບ ດອດມຸນ ນັບຕັ້ງແຕ່ຍ້າຍມາຈາກ ເຣສບູລ ຊັລບວກ ເມື່ອປີ 2020 ໂດຍຍິງໄປແລ້ວ 85 ປະຕູຈາກ 88 ເກມໃນທຸກລາຍການ.