ຜູ້ປະທ້ວງຈູດເຮືອນຜູ້ນຳການເມືອງສີລັງກາ ຫລັງເກີດເຫດປະທະນອງເລືອດ ຄຽດແຄ້ນລັດຖະບານບໍລິຫານປະເທດຜິດພາດ

ຜູ້ປະທ້ວງທີ່ກຳລັງຄຽດແຄ້ນລັດຖະບານຈາກບັນຫາການຮັບມືວິກິດເສດຖະກິດ ບຸກຈູດເຮືອນຄົນຕະກູນຣາຊປັກສາ ຜູ້ປົກຄອງສີລັງກາ ລວມທັງເຮືອນລັດຖະມົນຕີ ແລະ ສະມາຊິກລັດຖະສະພາຫລາຍທ່ານ ໂດຍເຫດການດັ່ງກ່າວເກີດຂຶ້ນຫລັງມີການປະທະນອງເລືອດລະຫວ່າງຝ່າຍຕໍ່ຕ້ານກັບຝ່າຍສະໜັບສະໜູນລັດຖະບານ ຈົນມີຜູ້ບາດເຈັບນັບຮ້ອຍຄົນ ເຊິ່ງນຳໄປສູ່ການລາອອກຂອງນາຍົກລັດຖະມົນຕີ ມະຫິນທາ ຣາຊປັກສາ.
ເຫດຈະລາຈົນຢູ່ສີລັງກາເຮັດໃຫ້ມີຜູ້ເສຍຊີວິດແລ້ວ 5 ຄົນ ແລະ ບາດເຈັບ 190 ກວ່າຄົນ ນັບແຕ່ວັນທີ 9 ພຶດສະພາ ເຖິງວ່ານາຍົກລັດຖະມົນຕີຈະຕັດສິນໃຈລາອອກແລ້ວ, ແຕ່ກໍບໍ່ອາດຫລຸດຄວາມຄຽດແຄ້ນຂອງປະຊາຊົນທີ່ພະຍາຍາມບຸກເຂົ້າໄປໃນເຮືອນພັກທີ່ທ່ານ ມະຫິນທາ ຣາຊປັກສາ ອາໄສຢູ່.
ຂະນະທີ່ທາງການໄດ້ຂະຫຍາຍເວລາສະຖານະການສຸກເສີນທົ່ວສີລັງກາໄປຈົນຮອດວັນທີ 11 ພຶດສະພາ ເພື່ອຄວບຄຸມສະຖານະການ ແລະ ຄວາມສະຫງົບຮຽບຮ້ອຍ, ສ່ວນຜູ້ປະທ້ວງຍັງເດີນໜ້າກົດດັນໃຫ້ປະທານາທິບໍດີ ໂກຕາບາຢາ ຣາຊປັກສາ ຜູ້ເປັນນ້ອງຊາຍຂອງທ່ານ ມະຫິນທາ ລາອອກຈາກຕຳແໜ່ງ ເພື່ອຮັບຜິດຊອບຄວາມຜິດພາດໃນການບໍລິຫານປະເທດຈົນເຮັດໃຫ້ເກີດວິກິດເຂົ້າຍາກໝາກແພງ ແລະ ການຕັດໄຟທົ່ວປະເທດໃນເດືອນຜ່ານມາ.
ສຳລັບເຫດປະທະໃນວັນທີ 9 ພຶດສະພາ, ທາງການໄດ້ສົ່ງຕຳຫລວດ ແລະ ໜ່ວຍປາບປາມຈະລາຈົນເຂົ້າສະກັດກຸ່ມຜູ້ສະໜັບສະໜູນລັດຖະບານ ໂດຍກຸ່ມຜູ້ສະໜັບສະໜູນໄດ້ຝ່າແນວກັ້ນຂອງຕຳຫລວດເຂົ້າໄປປະທະກັບກຸ່ມຜູ້ປະທ້ວງທີ່ປັກຫລັກຊຸມນຸມບໍລິເວນດ້ານນອກເຮືອນພັກຂອງທ່ານ ມະຫິນທາ ໃນນະຄອນຫລວງໂຄລຳໂບ.
ຂະນະທີ່ຜູ້ປະທ້ວງບາງສ່ວນຕອບໂຕ້ກຸ່ມຜູ້ສະໜັບສະໜູນລັດຖະບານ ແລະ ບຸກໂຈມຕີເຮືອນພັກຂອງຄົນຕະກູນຣາຊປັກສາອີກຫລາຍແຫ່ງ ລວມທັງເຮືອນຂອງລັດຖະມົນຕີ ແລະ ສະມາຊິກລັດຖະສະພາຈາກພັກລັດຖະບານອີກຫລາຍທ່ານ ໂດຍໜຶ່ງໃນເຮືອນທີ່ຖືກຈູດໄຟໄໝ້ເປັນຂອງລັດຖະມົນຕີ ສານາ ນິຊານທາ.
ອ້າງອີງ:

