ອາເມລິກາ ຂູ່ພ້ອມກົດດັນ ‘ຕາລີບັນ’ ຖ້າບໍ່ຍອມປ່ຽນທ່າທີ ໃນບັນຫາສິດທິຂອງຜູ້ຍິງ

ກະຊວງການຕ່າງປະເທດອາເມລິກາ ເລັ່ງກົດດັນຕາລີບັນເພີ່ມ ຫລັງມີການອອກຄຳສັ່ງຫ້າມຜູ້ຍິງເປີດເຜີຍໃບໜ້າເມື່ອອອກຈາກເຮືອນ.
ວັນທີ 9 ພຶດສະພາ 2022, ສຳນັກຂ່າວຣອຍເຕີ (Reuters) ລາຍງານວ່າ: ອາເມລິກາກຽມຈະເພີ່ມແຮງກົດດັນຕໍ່ລັດຖະບານຕາລີບັນຂອງອັບການິດສະຖານ ເພື່ອໃຫ້ປ່ຽນການຕັດສິນໃຈໃນບັນຫາທີ່ລະເມີດຕໍ່ສິດທິມະນຸດຂອງຜູ້ຍິງ ເຊິ່ງເປັນເລື່ອງທີ່ກຸ່ມຕາລີບັນຖືກໂຈມຕີມາໂດຍຕະຫລອດນັບແຕ່ຂຶ້ນສູ່ອຳນາດໃນເດືອນສິງຫາປີກ່ອນ.
ໂດຍຫລ້າສຸດໃນວັນທີ 7 ພຶດສະພາຜ່ານມາ, ກຸ່ມຕາລີບັນໄດ້ອອກຄຳສັ່ງໃຫ້ຜູ້ຍິງຕ້ອງໃສ່ຜ້າຄຸມບູກາ ທີ່ປິດທົ່ວຮ່າງກາຍຍົກເວັ້ນໜ່ວຍຕາ ຖ້າເດີນທາງອອກຈາກເຮືອນຂອງຕົນເອງ ບໍ່ສະນັ້ນຈະຖືກລົງໂທດ.
ທ່ານ ເນັດ ໄພຣ ໂຄສົກກະຊວງການຕ່າງປະເທດອາເມລິກາ ເປີດເຜີຍວ່າ: ອາເມລິກາ ໄດ້ແຈ້ງຕໍ່ກຸ່ມຕາລີບັນໂດຍກົງໄປແລ້ວວ່າ: ອາເມລິກາມີເຄື່ອງມືຫລາຍຢ່າງທີ່ຈະເອົາມາໃຊ້ ຖ້າຮູ້ສຶກວ່າສິ່ງເຫລົ່ານີ້ຈະບໍ່ຖືກປ່ຽນແປງໃນພາຍຫລັງ.
ຜ່ານມາ, ນາໆຊາດໄດ້ຮຽກຮ້ອງໃຫ້ກຸ່ມຕາລີບັນອະນຸຍາດໃຫ້ຜູ້ຍິງເຂົ້າຮັບການສຶກສາກ່ອນຈະມີການຮັບຮູ້ການມີຢູ່ຂອງລັດຖະບານຕາລີບັນໃນອະນາຄົດ.
ເຖິງຢ່າງໃດກໍຕາມ, ທາງກຸ່ມຕາລີບັນຍັງຈຳກັດສິດໃນການເຮັດວຽກ ແລະ ການເດີນທາງຂອງຜູ້ຍິງ. ຂະນະທີ່ເດັກນ້ອຍຜູ້ຍິງສ່ວນຫລາຍບໍ່ສາມາດເຂົ້າຮຽນໃນຊັ້ນທີ່ສູງກວ່າເກດ 7 ໄດ້.
ຕາມລາຍງານລະບຸວ່າ: 1 ໃນຂໍ້ຕໍ່ຮອງຂອງອາເມລິກາທີ່ມີຕໍ່ກຸ່ມຕາລີບັນ ຄືຊັບສິນມູນຄ່າ 7.000 ລ້ານໂດລາ ຂອງທະນາຄານກາງແຫ່ງອັບການິດສະຖານ ທີ່ຍັງຖືກອາຢັດໄວ້ໂດຍອາເມລິກາຢູ່.
ອ້າງອີງ:

