ນາຍົກລັດຖະມົນຕີສີລັງກາ ລາອອກ ຫວັງຫລຸດຜ່ອນວິກິດບ້ານເມືອງ

ທ່ານ ມະຫິນທາ ຣາຊປັກສາ ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີສີລັງກາ ຫວັງ “ເປັນທາງອອກ” ໃຫ້ປະເທດ, ແຕ່ນ້ອງຊາຍຍັງຢູ່ໃນຕຳແໜ່ງປະທານາທິບໍດີ.
ວັນທີ 9 ພຶດສະພາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ທຳນຽບລັດຖະບານສີລັງກາອອກຖະແຫລງການວ່າ: ທ່ານ ມະຫິນທາ ຣາຊປັກສາ ລາອອກຈາກຕຳແໜ່ງນາຍົກລັດຖະມົນຕີສີລັງກາ ເນື່ອງຈາກ “ເປັນທາງອອກດີທີ່ສຸດ” ໃນການບັນເທົາຄວາມຮຸນແຮງຂອງວິກິດການທີ່ເກີດຂຶ້ນ ແລະ ເພື່ອຈັດຕັ້ງລັດຖະບານສາມັກຄີ.
ທັງນີ້, ການລາອອກຂອງທ່ານ ມະຫິນທາ ເຊິ່ງເປັນອ້າຍຂອງປະທານາທິບໍດີ ໂກຕາພະຍາ ຣາຊປັກສາ ເກີດຂຶ້ນຫລັງການປະທ້ວງຮຸນແຮງຮອບໃໝ່ ໃນວັນທີ 8 ພຶດສະພາຜ່ານມາ ສົ່ງຜົນໃຫ້ຕ້ອງມີການປະກາດສະຖານະການສຸກເສີນທົ່ວປະເທດອີກ.
ເຖິງຢ່າງໃດກໍຕາມ, ການທີ່ທ່ານ ຣາຊປັກສາ ຜູ້ນ້ອງຍັງປະຕິເສດລາອອກຈາກຕຳແໜ່ງ ແລະ ປະກາດສະຖານະການສຸກເສີນທົ່ວປະເທດ ນັບແຕ່ວັນທີ 6 ພຶດສະພາຜ່ານມາ ຫລັງເກີດເຫດປະລະວຽກປະທ້ວງຂອງເຈົ້າໜ້າທີ່ຈາກໜ່ວຍງານຫລາຍແຫ່ງ ແລະ ການເດີນຂະບວນຂັບໄລ່ລັດຖະບານ ບໍລິເວນອາຄານລັດຖະສະພາໃນນະຄອນຫລວງໂຄລຳໂບ ເຊິ່ງລຸກລາມກາຍເປັນການປະທະຢ່າງໜັກ ລະຫວ່າງຕຳຫລວດປາບຈະລາຈົນກັບມວນຊົນທີ່ເຂົ້າຮ່ວມການຊຸມນຸມ.
ເຖິງວ່າລາຍລະອຽດຂອງການປະກາດສະຖານະການສຸກເສີນຄັ້ງໃໝ່ຍັງບໍ່ມີຄວາມຊັດເຈນ, ແຕ່ຫລາຍຝ່າຍເຊື່ອວ່າ: ບໍ່ອາດມີຄວາມແຕກຕ່າງກັບຄຳສັ່ງທຳອິດ ເຊິ່ງປະກາດເມື່ອວັນທີ 1 ເມສາ ແລະ ມີຜົນພຽງ 5 ວັນ ນັ້ນຄືການເພີ່ມອຳນາດໃຫ້ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງໃນການຈັບກຸມ ແລະ ກວດຄົ້ນ. ຂະນະທີ່ຜູ້ນຳສີລັງກາ ມີອຳນາດສັ່ງໃຫ້ທະຫານລົງພື້ນທີ່ປາບປາມຜູ້ປະທ້ວງນຳ.
ປັດຈຸບັນ, ສີລັງກາກຳລັງຜະເຊີນວິກິດເສດຖະກິດຄັ້ງຮ້າຍແຮງທີ່ສຸດ ນັບແຕ່ໄດ້ຮັບເອກະລາດຈາກອັງກິດ ເມື່ອປີ 1948 ໂດຍການບໍລິຫານນະໂຍບາຍທີ່ຜິດພາດຫລາຍເລື່ອງ ເຮັດໃຫ້ລັດຖະບານເກືອບບໍ່ມີທຶນສຳຮອງສາກົນ ເພື່ອໃຊ້ນຳເຂົ້າສິນຄ້າຈຳເປັນຕໍ່ການດຳລົງຊີວິດ ບໍ່ວ່າຈະເປັນອາຫານ ຫລື ພະລັງງານ ສົ່ງຜົນໃຫ້ຕ້ອງມີການຕັດກະແສໄຟຟ້າເຖິງວັນລະ 13 ຊົ່ວໂມງ ແລະ ການທີ່ທ່ານ ຣາຊປັກສາ ຍັງປະຕິເສດລາອອກຈາກຕຳແໜ່ງ ຍິ່ງເພີ່ມຄວາມຄຽດແຄ້ນໃຫ້ປະຊາຊົນ.

