ແມນຊິຕີ ຄວ້າ ຮາແລນ ເສີມທີມແລ້ວ, ລໍຖ້າປະກາດທາງການໃນອາທິດນີ້

‘‘  The Athletic ’’ ສື່ຊັ້ນນຳຂອງອັງກິດ ລາຍງານວ່າ ແມນເຊສເຕີ ຊິຕີ ໄດ້ສຳເລັດການຊື້ຂາຍກັບ ເອີລິງ ເບຣົາ ຮາແລນ ກອງຫນ້າຂອງສະໂມສອນ ໂບຣຸສເຊຍ ດອດມຸນ ມາຮ່ວມທີມດ້ວຍຄ່າ 75 ລ້ານຢູໂຣ ພ້ອມຈະມີການປະກາດຢ່າງເປັນທາງການພາຍໃນອາທິດນີ້.

ສຳລັບ ຮາແລນ ໂຊຟອມໄດ້ຢ່າງສຸດຍອດກັບ ດອດມຸນ ນັບຕັ້ງແຕ່ຍ້າຍມາຮ່ວມທີມເມື່ອປີ 2020 ໂດຍສະເພາະໃນລະດູການນີ້ທີ່ລາວຍິງໄປແລ້ວ 28 ປະຕູ ຈາກ 29 ນັດທຸກລາຍການ.

ຈາກຜົນງານທີ່ເກີດຂຶ້ນເຮັດໃຫ້ມີຂ່າວວ່າຫລາຍທີມດັງຂອງຢູໂຣບ ທັງ ແມນເຊສເຕີ ຊິຕີ ແລະ ບາເຊໂລນາ ສົນໃຈຄວ້າດາວຍິງທີມຊາດນໍເວ ທີ່ມີຄ່າຈີກສັນຍາໃນລະດູການນີ້ຢູ່ທີ່ 75 ລ້ານຢູໂຣ ໄປເສີມທີມ ໂດຍມີ ແມນຊິຕີ ເປັນທີມທຳອິດ.

ຈົນຫລ້າສຸດ ເດວິດ ອອນສະຕີນ ຜູ້ສື່ຂ່າວຄົນດັງຂອງ ດິ ແອັດເລຕິກ ລາຍງານວ່າ ການຍ້າຍທີມຂອງ ຮາລັນ ໄປຢູ່ກັບ ແມນເຊສເຕີ ຊິຕີ ນັ້ນສຳເລັດເປັນທີ່ຮຽບຮ້ອຍ ຫລັງສາມາດບັນລຸຂໍ້ຕົກລົງສ່ວນຕົວ ແລະ ເຮືອໃບສີຟ້າ ກໍພ້ອມຈ່າຍຄ່າຈີກສັນຍາຈຳນວນຂ້າງຕົ້ນ.

ທັງນີ້ມີລາຍງານວ່າ ການຊື້ຂາຍດັງກ່າວຈະມີການຢືນຢັນຢ່າງເປັນທາງການພາຍໃນອາທິດນີ້.