5 ຊ່ວງເວລາທີ່ບໍ່ແນະນຳໃຫ້ອາບນໍ້າເພາະສ່ຽງເປັນອັນຕະລາຍເຖິງຊີວິດ

 

ແນ່ນອນການອາບນ້ຳ ແມ່ນມີຜົນດີທີ່ສຸດຕໍ່ສຸຂະພາບຂອງຮ່າງກາຍ ຢ່າງໜ້ອຍກໍຊ່ວຍລ້າງສິ່ງສົກກະປົກ ແລະ ໃຫ້ຄວາມຮູ້ສຶກສົດຊື່ນແຕ່ເຄີຍຮູ້ສຶກບໍວ່າ ຫລັງຈາກອາບນ້ຳເປັນຫຍັງຈຶ່ງມີອາການຕ່າງໆ ບໍ່ວ່າຈະເປັນວິນຫົວ ໜ້າມືດ ຫລື ໃຈສັ່ນ ນັ້ນເປັນເພາະເຮົາອາບນ້ຳໃນເວລາທີ່ເຮົາບໍ່ຄວນອາບ ມາເບິ່ງນຳກັນວ່າເວລາໃດທີ່ບໍ່ແນະນຳໃຫ້ອາບນໍ້າເພາະອາດຈະເຮັດໃຫ້ເກີດອັນຕະລາຍຕໍ່ຊີວິດມີເວລາໃດແດ່ ມາເບິ່ງນຳກັນເລີຍ

  • ເວລາທີ່ມີໄຂ້ສູງ

ເວລາທີ່ມີໄຂ້ຂຶ້ນສູງຫລາຍກວ່າ 38 ອົງສາ ບໍ່ຄວນອາບນ້ຳເດັດຂາດເພາະເປັນໄລຍະທີ່ຮ່າງກາຍອ່ອນເພຍ ແລະ ຕ້ອງໃຊ້ພະລັງງານຫລາຍໃນການຂັບໄລ່ຄວາມຮ້ອນໃຫ້ອອກໄປຈາກຮ່າງກາຍ ດັ່ງນັ້ນເມື່ອອາບນ້ຳໃນຊ່ວງນີ້ບໍ່ວ່າຈະເປັນນໍ້າຮ້ອນ ຫລື ນໍ້າເຢັນ ຮ່າງກາຍກໍຕ້ອງພະຍາຍາມປັບອຸນຫະພູມໃຫ້ເໝາະສົມ ຫາກຮູ້ສຶກຢາກອາບນໍ້າໃນເວລາທີ່ມີໄຂ້ສູງຄວນໃຊ້ວິທີເຊັດຕົວເພື່ອລະບາຍຄວາມຮ້ອນ

  • ເວລາທີ່ມີຄວາມດັນຕໍ່າ

ໃນກໍລະນີທີ່ມີຄວາມດັນຕໍ່າ ຈຳເປັນຕ້ອງລະມັດລະວັງໃນການອາບນໍ້າໃຫ້ຫລາຍໆ ໂດຍສະເພາະການອາບນ້ຳຮ້ອນ ເພາະມີໂອກາດທີ່ຄວາມດັນຈະຕໍ່າກວ່າປົກກະຕິ ເປັນເພາະນໍ້າຮ້ອນໄປເຮັດໃຫ້ຫລອດເລືອດຕາມຜິວໜັງຂະຫຍາຍຕົວ ເລືອດຈຶ່ງໄປລ້ຽງຜິວໜັງຫລາຍຂຶ້ນ ແຕ່ໄປລ້ຽງສະໝອງໜ້ອຍລົງ ບວກກັບມີຄວາມດັນຕໍ່າຢູ່ແລ້ວກໍຈະຍິ່ງເຮັດໃຫ້ອາການໜັກຂື້ນ ບາງເທື່ອອາດໜ້າມືດ ເປັນວິນ ແລະ ໝົດສະຕິໄປເລີຍ

  • ຫລັງກິນອາຫານແລ້ວ

ຫລັງກິນອາຫານແລ້ວບໍ່ແນະນຳໃຫ້ອາບນໍ້າທັນທີ ເພາະເວລາຫລັງກິນອາຫານແລ້ວ ເປັນຊ່ວງເວລາທີ່ເລືອດໄປລ້ຽງກະເພາະອາຫານເພື່ອຊ່ວຍໃນການຍ່ອຍອາຫານ ຖ້າອາບນໍ້າໃນຊ່ວງນີ້ ໂດຍສະເພາະການອາບນໍ້າຮ້ອນ ຈະສົ່ງຜົນໃຫ້ຮ່າງກາຍຈຳເປັນທີ່ຕ້ອງແບ່ງເລືອດມາລ້ຽງຜິວໜັງ ເຮັດໃຫ້ການຍ່ອຍອາຫານບໍ່ໄດ້ດີເທົ່າທີ່ຄວນ ແລະ ຜົນທີ່ນຳມາແມ່ນມີອາການ ໜ້າມືດ ວິນຫົວ ເປັນວິນ ເນື່ອງຈາກໄປລ້ຽງສະໝອງບໍ່ພຽງພໍ

  • ຫລັງດື່ມເຄື່ອງດື່ມທີ່ມີທາດເຫລົ້າ

ຫລາຍຄົນມັກຈະອາບນໍ້າຫລັງດື່ມເຄື່ອງດື່ມທີ່ມີທາດເຫລົ້າ ເພື່ອເຮັດໃຫ້ຮ່າງກາຍສົດຊື່ນ ແຕ່ຮູ້ຫລື ບໍວ່າ ໃນຊ່ວງນັ້ນບໍ່ຄວນອາບນໍ້າເດັດຂາດ ເພາະຈະເຮັດໃຫ້ທາດເຫລົ້າຈະເຂົ້າໄປຢັບຢັ້ງການເຮັດວຽກຂອງຕັບ ເຮັດໃຫ້ນໍ້າຕານໃນເລືອດເຫລືອໜ້ອຍລົງ ໃນຂະນະທີ່ຊ່ວງເວລາຂອງການອາບນໍ້າຮ່າງກາຍມີຄວາມຕ້ອງການນໍ້າຕານ ດັ່ງນັ້ນຖ້າອາບນ້ຳຫລັງດື່ມເຄື່ອງດື່ມທີ່ມີທາດເຫລົ້າ ກໍຈະສົ່ງຜົນໃຫ້ປະລິມານນໍ້າຕານໃນເລືອດບໍ່ພຽງພໍ ເຊິ່ງເປັນເຫດເຮັດໃຫ້ເກີດອາການວິນຫົວ ໜ້າມືດ ແລະ ເປັນລົມ ບາງກໍລະນີອາດເຖິງຂັ້ນເກີດອຸບັດເຫດລົ້ມໃນຫ້ອງນໍ້າ

  • ຫລັງອອກກຳລັງກາຍ

ເຖິງແມ່ນຈະຮູ້ສຶກໜຽວຕົນຕົວ ແລະ ບໍ່ສະບາຍຕົວຫລັງອອກກຳລັງກາຍ ກໍບໍ່ຄວນອາບນໍ້າທັນທີ ເພາະຊ່ວງເວລາອອກກຳລັງກາຍ ເລືອດຈະເຮັດໜ້າທີ່ໄຫລວຽນໄປລ້ຽງສ່ວນຕ່າງໆໃນຮ່າງກາຍ ແລະ ຈະໄປລ້ຽງສະໝອງໜ້ອຍລົງ ຖ້າອາບນ້ຳ ໃນຊ່ວງນີ້ຈະເຮັດໃຫ້ເລືອດໄປໄຫລວຽນຕາມຜິວໜັງຫລາຍຂຶ້ນ ແຕ່ກັບໄປລ້ຽງສະໝອງໜ້ອຍລົງ ດັ່ງນັ້ນຈຶ່ງແນະນຳໃຫ້ພັກຜ່ອນໃຫ້ເຊົາເມື່ອຍກ່ອນ ແລ້ວຈຶ່ງອາບນ້ຳ ຈະຊ່ວຍໃຫ້ໝັ້ນໃຈໄດ້ວ່າການອາບນໍ້າຈະບໍ່ເກີດອັນຕະລາຍຕໍ່ຊີວິດໄດ້