ຊາວບຣາຊິວ ໄວ 100 ປີ ສ້າງສະຖິຕິເຮັດວຽກຢູ່ບ່ອນເກົ່າດົນເຖິງ 84 ປີ

ຊາວບຣາຊິວ ໄວ 100 ປີ ສ້າງສະຖິຕິເຮັດວຽກຢູ່ບ່ອນເກົ່າດົນເຖິງ 84 ປີ
ຕອນອາຍຸ 15 ປີ, ທ່ານ Orthamn ໄດ້ເຮັດວຽກຢູ່ບໍລິສັດ Reneauxview ແຕ່ວັນທີ 17 ມັງກອນ ພສ 2481 ໃນຕຳແໜ່ງຜູ້ຊ່ວຍຂົນສົ່ງ ແລະ ບໍ່ເຄີຍລາອອກຈາກບໍລິສັດ ຖືວ່າລາວເຮັດວຽກຢູ່ບໍລິສັດນີ້ດົນເຖິງ 84 ປີ ກັບ 9 ມື້. ໃນຊີວິດ, ລາວຜ່ານຜ່າຄວາມຫຍຸ້ງຍາກນາປະການ ຕອນໄປໂຮງຮຽນລາວຍ່າງ ຕີນເປົ່າ ເຖິງວ່າຝົນຕົກ ຫລື ແດດອອກ. ເມື່ອອາຍຸ 15 ປີໄດ້ອອກມາເຮັດວຽກຊ່ວຍຄອບຄົວ ເນື່ອງຈາກພົບບັນຫາເສດຖະກິດ ແລະ ດ້ວຍຄວາມຮູ້ພາສາເຢຍລະມັນ ລາວຈຶ່ງໄດ້ເຂົ້າເຮັດວຽກ.
ເລີີ່ມຕົ້ນການເຮັດວຽກ, ລາວເປັນຜູ້ຊ່ວຍຂົນສົ່ງ ກ່ອນຈະໄດ້ເລື່ອນຂັ້ນເປັນພະນັກງານຂາຍ ແລະ ເປັນຜູ້ຈັດການຝ່າຍຂາຍໃນເວລາຕໍ່ມາ. ການຂາຍ ເຮັດໃຫ້ລາວໄດ້ເດີນທາງໄປທົ່ວປະເທດເພື່ອພົບລູກຄ້າທີ່ກາຍມາເປັນໝູ່ກັນ. ຂະນະທີ່ວັນທີ 19 ເມສາຜ່ານມາ, ທ່ານ Orthamn ມີອາຍຸ 100 ປີ ແລະ ໄດ້ສະຫລອງວັນເກີດຮ່ວມກັບໝູ່ເພື່ອນ ແລະ ຄອບຄົວຢ່າງມີຄວາມສຸກ.
ການທຳລາຍສະຖິຕິເຮັດວຽກຢູ່ບ່ອນເກົ່າ 84 ປີ 9 ມື້ນີ້ ໄດ້ຮັບການບັນທຶກຈາກ Guiness World Records ໃນວັນທີ 6 ມັງກອນຜ່ານມາ ເຊິ່ງທ່ານ Orthamn ເວົ້າວ່າ: ຮູ້ສຶກເປັນກຽດຫລາຍ ແລະ ບໍ່ຄິດມາກ່ອນວ່າຈະໄດ້ເປັນເຈົ້າຂອງສະຖິຕິນີ້ “ ຂ້ອຍບໍ່ໄດ້ວາງແຜນ ແລະ ສົນໃຈເລື່ອງມື້ອື່ນຫລາຍປານ ໃດ ເຊິ່ງສິ່ງທີ່ຂ້ອຍສົນໃຈຄືມື້ອື່ນຈະເປັນອີກມື້ທີ່ຂ້ອຍຈະຕື່ນ ອອກກຳລັງກາຍ ແລະ ໄປເຮັດວຽກ, ເຈົ້າຕ້ອງມີວຽກກັບປັດຈຸບັນ ບໍ່ແມ່ນອະດີດ ຫລື ອະນາຄົດ ຕອນນີ້ ຄືສິ່ງທີ່ມີຄ່າ ເຮົາໄປເຮັດວຽກກັນເຖາະ ”

