ບໍລິສັດ ລ້ານຊ້າງ ມີເນໂຣນ໌​ ມອບເງິນອາກອນກຳໄລ​ ໃຫ້ລັດຖະບານ 13​ ລ້ານກວ່າໂດລາ​

ໃນວັນທີ 5 ພຶດສະພາ 2022 ນີ້, ທີ່ຫ້ອງປະຊຸມກົມສ່ວຍສາອາກອນ, ບໍລິສັດ ລ້ານຊ້າງ ມີເນໂຣນ໌ ລິມິເຕັດໄດ້ມອບ-ຮັບເງິນອາກອນກຳໄລປີ 2021 ຈໍານວນ 13.348.764,91 ໂດລາສະຫະລັດ​ ໃຫ້ລັດຖະບານ​ ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.​

ຕາງໜ້າມອບໂດຍ​ ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ ແລະ ຜູ້ຈັດການຝ່າຍພົວພັນກັບຜູ້ມີສ່ວນຮ່ວມຂອງບໍລິສັດ ລ້ານຊ້າງ ມີເນໂຣນ ລີມິເຕັດ ແລະ ຕາງໜ້າລັດຖະບານຮັບໂດຍ​ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.