3 ເດືອນ 2022 ແຂວງຈຳປາສັກ ເກັບລາຍຮັບພາສີຈາກດ່ານພາສີສາກົນວັງເຕົ່າໄດ້ 215 ຕື້ກວ່າກີບ

ທ່ານ ພູຊ່ອງ ສົມຄິດ ຮັກສາການຫົວໜ້າດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ແຜນປີ 2022 ຈະຈັດເກັບລາຍຮັບເຂົ້າງົບປະມານຈາກດ່ານພາ ສີສາກົ

ນວັງເຕົ່າ ແລະ ຫ້ອງການພາສີປະຈໍາທ່າບົກວັງເຕົ່າ 796 ຕື້ກີບ, ສະເພາະດ່ານພາສີສາກົນວັງເຕົ່າ 581 ຕື້ກີບ ແລະ 3 ເດືອນຕົ້ນປີ 2022 ຈັດເກັບລາຍຮັບໄດ້ 215 ຕື້ກວ່າກີບບັນລຸ 27,09% ຂອງແຜນ ການປີ ແລະ ລື່ນແຜນງວດ 8,35%.

ສ່ວນຫ້ອງການພາສີປະຈໍາທ່າບົກວັງເຕົ່າຍັງບໍ່ທັນໄດ້ປະຕິບັດຍ້ອນ ໄດ້ຮັບໂຕເລກໃນວັນທີ 21 ເມສາຜ່ານມາ.

ທ່ານ ພູຊ່ອງ ກ່າວຕື່ມວ່າ: ລາຍຮັບພົ້ນເດັ່ນໄດ້ຈາກນ້ຳມັນເຊື້ອໄຟ ກວມ 66,22%. ຂະນະທີ່ປັດຈຸບັນ, ລັດຖະບານໄດ້ປັບໂຄງສ້າງນ້ຳມັນເຊື້ອໄຟໂດຍຕັດຄ່າທຳນຽມຄັງແຮອອກຈາກໂຄງສ້າງເຮັດໃຫ້ລາຍຮັບຈາກຄັງແຮບໍ່ມີ. ບັນດາບໍລິສັດທີ່ນຳເຂົ້າໃນເງື່ອນໄຂມາດຖານເອອີໂອຕາມແຈ້ງການ ແລະ ຄໍາແນະນໍາຂອງກະຊວງການເງິນສະບັບເລກທີ 4490 ແລະ 4491/ກງ, ລົງວັນທີ 14 ກັນຍາ 2021 ໄດ້ມອບແຕ່ຄ່າພາສີ ແລະ ຄ່າທໍານຽມເວລານໍາເຂົ້າຢູ່ດ່ານ (ຖ້າມີ), ສ່ວນອາກອນປະເພດຕ່າງໆຫັນໄປມອບຜ່ານລະບົບ Tax Riss ຂອງຂະແໜງສ່ວຍສາອາກອນ 58.342 ລ້ານກວ່າກີບ, ມູນຄ່າແຈ້ງພາສີສິນຄ້ານໍາເຂົ້າ-ສົ່ງອອກ ໄດ້ປະຕິບັດຕາມກົດໝາຍພາສີສະບັບປັບປຸງ.

ແນວໃດກໍດີການທີ່ຈັດເກັບລາຍຮັບລື່ນແຜນງວດ ຍ້ອນມີກົດໝາຍພາສີ, ກົດໝາຍຂອງຂະແໜງການກ່ຽວຂ້ອງ ແລະ ບັນດານິຕິກໍາລຸ່ມກົດໝາຍ ເປັນບ່ອນອີງ, ມີເຄື່ອງມືທັນສະໄໝໃນການບໍລິການແຈ້ງເສຍພາສີ, ການຊໍາລະຄ່າພາສີ-ອາກອນ ແລະ ຄ່າທໍານຽມຕ່າງໆຜ່ານລະບົບທະນາຄານ(Smart Tax), ໃຊ້ເຄື່ອງກວດກາສິນຄ້າດ້ວຍລະບົບສາຍແສງ(Scanner) ກວດກາຕູ້ຄອນເທັນເນີ ຫຼື ລົດບັນທຸກສິນຄ້າສະດວກວ່ອງໄວ, ຖືກຕ້ອງ, ໂປ່ງໃສແນໃສ່ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ບັນດາບໍລິສັດ, ໂຄງການລົງທຶນທັງພາກລັດ ແລະ ເອກະຊົນທີ່ນໍາເຂົ້າ-ສົ່ງອອກສິນຄ້າຮັບຮູ້, ເຂົ້າໃຈຕໍ່ລະບຽບກົດໝາຍ ແລະ ຮ່ວມມືກັບເຈົ້າໜ້າທີ່ພາສີຕະຫຼອດມາ.