ສະຫລອງວັນກາແດງ ແລະ ຊີກວົງເດືອນແດງສາກົນປີນີ້ພາຍໃຕ້ຫົວຂໍ້ “ພວກເຮົາທຸກຄົນມີຄວາມເມດຕາຕໍ່ເພື່ອນມະນຸດດ້ວຍກັນ”

ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ກ່າວໃນວັນທີ 5 ພຶດສະພານີ້ວ່າ:ວັນທີ 8 ພຶດສະພາ ແມ່ນວັນກາແດງ ແລະ ຊີກວົງເດືອນແດງສາກົນ ເຊິ່ງແຕ່ລະປີທົ່ວໂລກ ໄດ້ພ້ອມກັນສະ ເຫລີມສະຫລອງວັນສຳຄັນດັ່ງກ່າວ ເພື່ອສະຫລອງຄວາມເປັນເອກະພາບ, ຄວາມສາມັກຄີຂອງອົງການ ທີ່ເຮັດວຽກງານມະນຸດສະທໍາ ແລະ ແຕ່ລະປີມີຫົວຂໍ້ສໍາຄັນ ຫລື ຄໍາຂວັນປຸກລະດົມນໍ້າໃຈຂອງນັກເຄື່ອນໄຫວມະນຸດສະທໍາ. ສໍາລັບປີນີ້ ເປັນປີຄົບຮອບ 159 ປີ (8/5/1863- 8/5/2022) ຈະສະຫລອງພາຍໃຕ້ຫົວຂໍ້ “ພວກເຮົາທຸກຄົນມີຄວາມເມດຕາຕໍ່ເພື່ອນມະນຸດດ້ວຍກັນ” (We are all Humankind) ໂດຍໄດ້ຍົກເອົາການສະແດງຮູບພາບຄວາມເມດຕາຕໍ່ເພື່ອນມະນຸດ ປຸກລະດົມໃຫ້ກໍາລັງໃຈທຸກຄົນໃນທົ່ວໂລກມີນໍ້າໃຈເມດຕາຕໍ່ເພື່ອນມະນຸດດ້ວຍກັນ.

ປະທານອົງການກາແດງແຫ່ງຊາດລາວໄດ້ຍົກໃຫ້ເຫັນເຖິງຄວາມເປັນມາຂອງອົງການກາແດງສາກົນແລະ ຊີກວົງເດືອນແດງສາກົນໃນໄລຍະ 1 ສະຕະວັດເຄິ່ງຜ່ານມາ ແລະ ມາຮອດປັດຈຸບັນ, ທົ່ວໂລກມີສະພາ ກາແດງ ແລະ ຊີກວົງເດືອນແດງແຫ່ງຊາດ 192 ປະເທດ ແລະ ໄດ້ເຄື່ອນໄຫວຕາມ 7 ຫລັກການພື້ນ ຖານຄື ມະນຸດສະທໍາ, ທ່ຽງທໍາ, ເປັນກາງ, ເປັນເອກະລາດ, ສະໝັກໃຈ, ເປັນເອກະພາບ ແລະ ນໍ້າໃຈສາກົນ. ສຳລັບອົງການກາແດງແຫ່ງຊາດລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 1 ມັງກອນ 1955 ແລະ ເຂົ້າເປັນສະມາຊິກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນໃນວັນທີ 25 ຕຸລາ 1957 ເປັນອົງການ ຈັດຕັ້ງທາງສັງຄົມທີ່ເຄື່ອນໄຫວວຽກງານມະນຸດສະທໍາຢ່າງເປັນເອກະລາດ ພາຍໃຕ້ລັດຖະທໍາມະນູນ, ກົດໝາຍ ແລະ 7 ຫລັກການພື້ນຖານ, ມີຖານະເທົ່າກັບອົງການຈັດຕັ້ງລັດ ແລະ ອົງການຈັດຕັ້ງສັງຄົມອື່ນໆ ເຊິ່ງມີ 9 ວຽກສໍາຄັນຄືການຊ່ວຍເຫລືອບັນເທົາທຸກເບື້ອງຕົ້ນ, ການປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດທີ່ປອດໄພ, ການສົ່ງເສີມສຸຂະພາບຂັ້ນພຶ້ນຖານ, ການປະຖົມພະຍາບານ, ການກູ້ໄພສຸກເສີນ, ການໂຄສະນາຂົນຂວາຍແຫລ່ງທຶນ, ການສ້າງສະມາຊິກ ແລະ ອາສາສະໝັກກາແດງ, ການສືບທາວຫາຍາດພີ່ນ້ອງ, ການພົວພັນ ແລະ ການຮ່ວມມືສາກົນ.