ແຟນບານຫວຽດນາມຫລາຍພັນຄົນຕໍ່ແຖວຂ້າມຄືນຊື້ປີ້ຊົມບານເຕະຊີເກມ ຄັ້ງທີ 31

ແຟນບານ ສສ.ຫວຽດນາມ ຫລາຍພັນຄົນ ຕໍ່ແຖວກັນແບບຂ້າມຄືນເພືື່ອຊື້ປີ້ເຂົ້າຊົມການແຂ່ງຂັນບານເຕະຊີເກມ ຄັ້ງທີ 31 ທີ່ເປີດຈຳໜ່າຍເປັນມື້ທຳອິດ.

ສຳລັບລາຍການສຳຄັນຂອງຊີເກມ ຄັ້ງທີ 31 ລະຫວ່າງວັນທີ 12-23 ພຶດສະພາ ທີ່ປະເທດຫວຽດນາມ ຄົງຫນີບໍ່ພົ້ນການແຂ່ງຂັນບານເຕະຊາຍທີ່ ຫວຽດນາມ ເຈົ້າພາບເປັນແຊ໊ມເກ່ົາ.

ກ່ອນຫນ້ານີ້ມີລາຍງານວ່າ ການແຂ່ງຂັນກິລາທຸກປະເພດຂອງຫວຽດນາມ ຈະເປີດໃຫ້ເຂົ້າຊົມແບບບໍ່ມີຄ່າໃຊ້ຈ່າຍ ຍົກເວັ້ນ ບານເຕະ ເຊິ່ງເມື່ອວັນທີ 3 ພຶດສະພາຜ່ານມາ ໄດ້ມີການຈຳໜ່າຍບັດເປັນມື້ທຳອິດ ໂດຍເປັນເຈົ້າພາບ ຈະລົງສະຫນາມເປັນເກມທຳອິດພົບກັບ ອິນໂດເນເຊຍ ວັນທີ 6 ພຶດສະພາ ທີ່ສະຫນາມຫວຽດຕຣີ ສະເຕດ້ຽມ ໃນເມືອງພູຖໍ່.

ຫລ້າສຸດເວັບໄຊ www.vnexpress.net ເວັບໄຊຂ່າວຊື່ດັງຂອງຫວຽດນາມໄດ້ລາຍງານຂ່າວວ່າ : ບານເຕະທີມຫວຽດນາມໃນຊີເກມນັ້ນໄດ້ຮັບກະແສຕອບຮັບເປັນຢ່າງດີ ຫລັງແຟນບານຈຳນວນຫລາຍພັນຄົນໄດ້ໄປຕໍ່ແຖວກັນຕັ້ງແຕ່ຄືນວັນທີ 2 ພຶດສະພາ ກ່ອນຈະເປີດຂາຍຢ່າງເປັນທາງການໃນເວລາ 08:00 ຂອງວັນທີ 3 ພຶດສະພາ ຕາມເວລາທ້ອງຖິ່ນ.

ຜົນປາກົດວ່າບັດຈຳນວນເກືອບ 20,000 ໃບ ໄດ້ຈຳໜ່າຍໄປເປັນທີ່ຮຽບຮ້ອຍ ທັງທີ່ໃນຊ່ອງທາງອອຟລາຍ ແລະ ອອນລາຍ.