ຄຸນປະໂຫຍດຂອງການອາບນໍ້າອຸ່ນ ແລະ ນໍ້າເຢັນ ແບບໃດດີກວ່າກັນ?

ການອາບນ້ຳອຸ່ນ ແລະ ນ້ຳເຢັນ ມີຄຸນປະໂຫຍດແຕກຕ່າງກັນໃນດ້ານການສົ່ງເສີມສຸຂະພາບ ແລະ ຜິວພັນ, ສໍາລັບບາງຄົນ ກໍມັກອາບນໍ້າອຸ່ນ ແລະ ບາງຄົນກໍມັກອາບນ້ຳເຢັນ. ອຸນຫະພູມຂອງນ້ຳອຸ່ນທີ່ເໝາະສົມຢູ່ທີ່ 27-37 ອົງສາ, ສ່ວນອຸນຫະພູມຂອງນໍ້າເຢັນ ຈະຢູ່ທີ່ 27 ອົງສາ ເຊິ່ງເປັນອຸນຫະພູມທີ່ພໍດີຕໍ່ຮ່າງກາຍ ແລະ ຄວນອາບນ້ຳ 2 ຄັ້ງຕໍ່ມື້. ສະນັ້ນ, ເຮົາມາຮູ້ວິທີອາບນ້ຳທີ່ເໝາະສົມກັບຮ່າງກາຍຂອງຕົນເອງເພື່ອປະໂຫຍດທີ່ດີຕໍ່ສຸຂະພາບ
ປະໂຫຍດຂອງການອາບນໍ້າອຸ່ນ
• ຂໍ້ດີຂອງການອາບນໍ້າອຸ່ນ
– ການອາບນ້ຳອຸ່ນຊ່ວຍໃຫ້ການນອນຫລັບສະບາຍໃນຕອນກາງຄືນ, ບັນເທົາຄວາມຄຽດໃນແຕ່ລະມື້ໄດ້ດີ, ເປີດຮູຂຸມຂົນ ແລະ ທຳຄວາມສະອາດຜິວ, ຖ້າໃຜມີອາການປວດເມື່ອຍຕາມຮ່າງກາຍ ນ້ຳອຸ່ນຊ່ວຍໃຫ້ຜ່ອນຄາຍກ້າມຊີ້ນ, ມີປະໂຫຍດໃນການບັນເທົາອາການເປັນຫວັດເພາະນ້ຳອຸ່ນມີອາຍນ້ຳທີ່ຊ່ວຍໃນການ ບັນເທົາ ເຊື້ອພະຍາດໃນດັງ ແລະ ລໍາຄໍ, ສໍາລັບຜູ້ຍິງ ທີ່ຢູ່ໃນໄລຍະທີ່ມີປະຈໍາເດືອນ ຖ້າອາບນ້ຳອຸ່ນ ຈະຊ່ວຍໃຫ້ເລືອດໄຫຼວຽນດີ, ຫລຸດຜ່ອນ ອາການປວດປະຈຳເດືອນໄດ້ດີ.
• ຂໍ້ຄວນລະວັງໃນການອາບນໍ້າອຸ່ນ
– ເຮົາບໍ່ຄວນອາບນໍ້າອຸ່ນທຸກໆມື້ເພາະເຮັດໃຫ້ຜິວແຫ້ງ, ບໍ່ຄວນໃຊ້ສະບູທີ່ມີຟອງຫຼາຍເພາະຈະເຮັດໃຫ້ຜິວໜັງເສຍຄວາມຊຸ່ມຊື່ນຫຼາຍຂຶ້ນ, ບໍ່ຄວນແຊ່ນໍ້າອຸ່ນເກີນ 30 ນາທີ ອາດເຮັດໃຫ້ເລືອດໄປລ້ຽງສະໝອງບໍ່ພຽງພໍ, ຫລີກລ່ຽງການສະຫົວດ້ວຍນ້ຳອຸ່ນ ເພາະເປັນສາເຫດໃຫ້ເກີດບັນຫາຂີ້ໄຄຫົວ, ຜົມເສຍຫາຍໄດ້ງ່າຍ.
#ປະໂຫຍດຂອງການອາບນ້ຳເຢັນ
• ຂໍ້ດີຂອງການອາບນໍ້າເຢັນ
– ການອາບນ້ຳເຢັນ ຊ່ວຍໃຫ້ຮ່າງກາຍຕື່ນໂຕເພາະ ການອາບນ້ຳເຢັນ ຊ່ວຍໄປກະຕຸ້ນປະສາດໃນສ່ວນຕ່າງໆຂອງຮ່າງກາຍທີ່ຍັງເຮັດວຽກບໍ່ເຕັມທີ່ ໃຫ້ກັບມາເຮັດວຽກດີຂຶ້ນ, ເມື່ອຮ່າງກາຍຂອງຄົນເຮົາສຳຜັດກັບຄວາມເຢັນ ຈະກະຕຸ້ນໃຫ້ຊ່ວຍເຜົາຜານໄຂມັນທີ່ສະສົມໃນຮ່າງກາຍ, ຊ່ວຍເພີ່ມພູມຄຸ້ມກັນ, ນອກຈາກນີ້, ງານວິໄຈໃນຕ່າງປະເທດພົບວ່ານ້ຳເຢັນ ຊ່ວຍຫລຸດອາການຊຶມເສົ້າໄດ້.
• ຂໍ້ຄວນລະວັງໃນການອາບນ້ຳເຢັນ
– ຫ້າມອາບນ້ຳເຢັນໃນສະພາບຮ່າງກາຍທີ່ອ່ອນແອ ຫຼື ຢູ່ໃນໄລຍະທີ່ມີສະພາບອາກາດໜາວຫຼາຍ ອາດສົ່ງຜົນໃຫ້ລະບົບໝຸນວຽນເລືອດນັ້ນເກີດຄວາມຜິດປົກກະຕິ ຫຼື ເຮັດໃຫ້ອຸນຫະພູມຂອງຮ່າງກາຍຫລຸດລົງ ແລະ ອາດຈະເຮັດໃຫ້ໝົດສະຕິໄດ້.

