ແຟນບານ ຣຽວ ມາດຣິດ ແສນກວ່າຄົນຮ່ວມສະຫລອງແຊ໊ມລາ ລີກາ ສະໄຫມທີ 35

ສຳນັກຂ່າວຣອຍເຕີ ລາຍງານວ່າ ແຟນບານ ຣຽວ ມາດຣິດ ຫລາຍກວ່າ 150,000 ຄົນແຫ່ກັນໄປທີ່ນ້ຳພຸຊິເບເລສ ໃຈກາງເມືອງ ເພື່ອຮ່ວມສະຫລອງການຄວ້າແຊ໊ມ ລາ ລີກາ ສະໄຫມທີ 35 ຫລັງຈາກເປີດບ້ານເອົາຊະນະເອສປັນຢອນ 4-0 ສົ່ງຜົນໃຫ້ທີມຄວ້າແຊ໊ມເປັນທາງການ ເມື່ອວັນເສົາທີ່ຜ່ານມາ.

ກອງເຊຍລວມຕົວບໍລິເວນດັ່ງກ່າວເປັນຊົ່ວໂມງຕັ້ງແຕ່ກ່ອນຈົບເກມ ຂະນະທີ່ແຜນການຈະລາຈອນຖືກວາງໄວ້ລ່ວງຫນ້າຕັ້ງແຕ່ວັນສຸກ ແລະ ມີການສ້າງເວທີອ້ອມຮອບນ້ຳພຸ ໂດຍຜູ້ຫລິ້ນຂຶ້ນລົດເມ ເຂົ້າຮ່ວມສະຫລອງກັບແຟນບານທີ່ຕາມມາເຊຍຕໍ່ຈາກເບີນາບິວ.

ນັບເປັນຄັ້ງທຳອິດທີ່ແຟນບານມີໂອກາດມາລວມຕົວກັນສ້າງສັນບໍ່ໃສ່ຫນ້າກາດອະນາໄມຕັ້ງແຕ່ການລະບາດຂອງໂຄວິດ19 ເນື່ອງຈາກແຊ໊ມຄັ້ງສຸດທ້າຍເມື່ອປີ 2020 ຕອນນັ້ນຍັງຢູ່ລະຫວ່າງການປິດເມືອງ ແນວໃດກໍຕາມນັກເຕະບໍ່ໄດ້ສະຫລອງກັນດົນ ກັບໄປຕອນ 21 ໂມງຕາມເວລາທ້ອງຖິ່ນ ເນື່ອງຈາກຍັງມີເກມແຊ໊ມປຽນລີກ ຮອບຮອງຊະນະເລີດ ນັດສອງທີ່ຈະເຕະກັບ ແມນເຊສເຕີ ຊິຕີ ລໍຖ້າຢູ່ໃນວັນທີ 4 ພຶດສະພາ.

ຄາໂລ ອັນເຊລັອດຕິ ຜູ້ຈັດການທີມທີ່ເຮັດແກຣນສະແລມເປັນຜູ້ຈັດການທີມຄົນທຳອິດທີ່ຄວ້າແຊ໊ມລີກໄດ້ທັງ 5 ລີກໃຫຍ່ຂອງຢູໂຣບທັງໃນລີກຂອງ ຝຣັ່ງ, ອັງກິດ, ອິຕາລີ ແລະ ສະເປນ ໄດ້ເຜີຍດີໃຈຢ່າງຍິ່ງ ແລະ ເຊື່ອວ່າຈະສົ່ງຜົນດີຕໍ່ຈິດໃຈກ່ອນເຖິງເກມຖັດໄປ ມື້ນີ້ໄດ້ສະຫລອງ ມື້ອື່ນກັບໄປຊ້ອມກ່ອນເກມສຳຄັນ.