10 ອັນດັບເຄື່ອງໃຊ້ໄຟຟ້າທີ່ກິນໄຟຫລາຍທີ່ສຸດໃນເຮືອນ ພ້ອມທັງວິທີປະຢັດໄຟຟ້າ.

 

  • ອັນດັບທີ 1 ເຄື່ອງເຮັດນຳ້ອຸ່ນ : ກິນໄຟປະມານ 2,500 – 12,000 V.
  • ອັນດັບທີ 2 ເຄື່ອງປັບອາກາດ ຫລື ແອ : ກິນໄຟປະມານ 1,200 – 3,300 V.
  • ອັນດັບທີ 3 ເຄື່ອງຈັກຊັກຜ້າ ໂດຍສະເພາະເຄື່ອງຈັກຊັກຜ້າພ້ອມອົບແຫ້ງ : ກິນໄຟປະມານ 3,000 V.
  • ອັນດັບທີ 4 ເຕົາລີດໄຟຟ້າ : ກິນໄຟປະມານ 750 – 2,000 V.
  • ອັນດັບທີ 5 ໝໍ້ຫຸງເຂົ້າ : ກິນໄຟປະມານ 450 – 1,500 V.
  • ອັນດັບທີ 6 ເຕົາໄຟຟ້າ : ກິນໄຟປະມານ 200 – 1,500 V.
  • ອັນດັບທີ 7 ເຄື່ອງດູດຝຸ່ນ : ກິນໄຟປະມານ 750 – 1,200 V.
  • ອັນດັບທີ 8 ເຄື່ອງປີ້ງເຂົ້າໜົມປັງ : ກິນໄຟປະມານ 800 – 1,000 V.
  • ອັນດັບທີ 9 ໄດເປົ່າຜົມ : ກິນໄຟປະມານ 400 – 1,000 V.
  • ອັນດັບທີ 10 ເຕົາອົບໄມໂຄຣເວບ : ກິນໄຟປະມານ 100 – 1,000 V.

+ ສ່ວນວິທີປະຢັດພະລັງງານ ສາມາດເຮັດໄດ້ດັ່ງນີ້ :

  1. ໃຊ້ເຄື່ອງໃຊ້ໄຟຟ້າປະຢັດໄຟເບີ 5 : ການເລືອກເຄື່ອງໃຊ້ໄຟຟ້າທີ່ມີສະຕິກເກີ້ປະຢັດໄຟເບີ 5 ຈະຊ່ວຍໃຫ້ທ່ານປະຢັດຄ່າໄຟຟ້າຫລາຍຂຶ້ນໄດ້.
  2. ວາງແຜນການໃຊ້ງານ : ທຸກເທື່ອກ່ອນໃຊ້ຕ້ອງຜ່ານການວາງແຜນໃຊ້ງານເພື່ອໃຫ້ໄດ້ຜົນທີ່ດີສຸດແກ່ທ່ານ ຍົກໂຕຢ່າງເຊັ່ນ : ຈະເປີດແອ ກໍເອີ້ນກັນມານອນຫລາຍໆຄົນ, ຮີດລີດເຄື່ອງກໍໂຮມກັນໄວ້ຫລາຍໆໂຕ ຍົກເວັ້ນການຊັກເຄື່ອງ ຫາກເກັບໄວ້ຫລາຍມື້ຈະເໝັນອັບ.
  3. ຖອດປັກໄຟເຄື່ອງໃຊ້ໄຟຟ້າເມື່ອບໍ່ໄດ້ໃຊ້ : ທຸກເທື່ອທີ່ບໍ່ໄດ້ໃຊ້ເຄື່ອງໃຊ້ໄຟຟ້າຈຳເປັນຕ້ອງຖອດປັກໄຟອອກ ເພາະກະແສໄຟຟ້າຍັງແລ່ນຢູ່ໃນລະບົບ ເຖິງວ່າຈະປິດສະວິດແລ້ວກໍຕາມ ແລະ ປ້ອງກັນການລັດວົງຈອນພາຍໃນ ຈະເຮັດໃຫ້ເຄື່ອງໃຊ້ໄຟຟ້າເສຍຫາຍ, ກິນໄຟຫລາຍກ່ວາເກົ່າ ແລະ ອາດຈະຕ້ອງຊື້ໃໝ່ອີກ.
  4. ສັບເບຣກເກີເມື່ອບໍ່ໄດ້ຢູ່ເຮືອນຫລາຍມື້ (ປິດໄວ້) : ເພື່ອປ້ອງກັນໄຟຟ້າລັດວົງຈອນ ຫາກທ່ານຈະເດີນທາງໄປຕ່າງແຂວງ ຫລື ຕ່າງປະເທດ ບໍ່ໄດ້ຢູ່ເຮືອນຫລາຍມື້ ຄວນຈະສັບຄັດເອົ້າລົງ ເພາະຫາກວົງຈອນໄຟຍັງແລ່ນຢູ່ໝົດເຮືອນ ຄ່າໄຟກໍຈະຍັງຄົງແລ່ນນຳຢູ່ ແລະ ຫາກເປັນຍາມຮ້ອນ ຫລື ຍາມຝົນ ພຽງແຕ່ອອກຈາກເຮືອນກໍຕ້ອງສັບລົງນຳ ໄຟຟ້າລັດວົງຈອນຈາກຄວາມຮ້ອນ ແລະ ຄວາມຊຸ່ມໄດ້ງ່າຍກ່ວາຍາມອື່ນຢູ່ແລ້ວ.
  5. ກວດສອບເຄື່ອງໃຊ້ໄຟຟ້າໃຫ້ຢູ່ໃນສະພາບດີສະເໝີ : ຫາກເຄື່ອງໃຊ້ໄຟຟ້າມີຮ່ອງຮອຍເປ່ເພເສຍຫາຍພາຍໃນ ເຖິງວ່າຈະເປັນຮອຍຂາດຂອງສາຍໄຟນ້ອຍໆ ກໍຈະເຮັດໃຫ້ເຄື່ອງໃຊ້ໄຟຟ້າໃຊ້ກຳລັງໄຟຫລາຍຂຶ້ນ ກະແສໄຟຟ້າຈະຮົ່ວອອກ ຄືເຮົາເປີດສາຍຢາງແລ້ວນຳ້ຮົ່ວອອກຕະຫລອດເວລາ.