ເກີດລະເບີດໂຈມຕີມັດສະຢິດໃນອັບການິດສະຖານ ໃນວັນສຸກສຸດທ້າຍຂອງເດືອນລໍມາດອນ ມີຜູ້ເສຍຊີວິດຫລາຍກວ່າ 50 ຄົນ

ເກີດເຫດລະເບີດໂຈມຕີມັດສະຢິດໃນນະຄອນຫລວງກາບູນຂອງອັບການິດສະຖານ ຫລັງລະໝາດຊ່ວງບ່າຍວັນສຸກສຸດທ້າຍຂອງເດືອນລໍມາດອນ ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ ບາດເຈັບຈຳນວນຫລາຍ.

ວັນທີ 30 ເມສາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ເກີດເຫດລະເບີດຮຸນແຮງຢູ່ມັດສະຢິດແຫ່ງໜຶ່ງໃນນະຄອນຫລວງກາບູນ ເມືອງຫລວງຂອງອັບການິດສະຖານ ຂະນະທີ່ສາສະນິກະຊົນຈຳນວນຫລາຍກຳລັງລວມຕົວກັນເພື່ອເຮັດພິທີທາງສາສະໜາໃນຕອນບ່າຍວັນສຸກ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 50 ຄົນ ແລະ ບາດເຈັບຈຳນວນຫລາຍ.

ເຫດລະເບີດເກີດຂຶ້ນຢູ່ມັດສະຢິດຄາລິຟາ ຊາຮິບ ເຊິ່ງຕັ້ງຢູ່ທາງຕາເວັນຕົກຂອງນະຄອນຫລວງກາບູນ ຫລັງສຳເລັດການລະໝາດໃນວັນສຸກສຸດທ້າຍຂອງເດືອນລໍມາດອນຂອງຊາວມຸດສະລິມນິກາຍສຸນີ ໂດຍຫົວໜ້າມັດສະຢິດກ່າວວ່າ: ມືລະເບີດໄດ້ແຝງຕົວມາຮ່ວມພິທີ ກ່ອນຈະຈູດສະນວນລະເບີດຂ້າຕົວຕາຍ.

ສ່ວນແຫລ່ງຂ່າວດ້ານສາທາລະນະສຸກເປີດເຜີຍວ່າ: ປັດຈຸບັນມີສົບຜູ້ເສຍຊີວິດຖືກສົ່ງໄປໂຮງໝໍແລ້ວຢ່າງໜ້ອຍ 66 ສົບ ແລະ ຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 78 ຄົນ ໂດຍສ່ວນຫລາຍໄດ້ຮັບບາດເຈັບຈາກການຖືກໄຟໄໝ້.

ຫລັງເກີດເຫດ, ທ່ານ ຊາບິນອຸລເລາະ ມູຈາຮິດ ໂຄສົກກຸ່ມຕາລີບັນ ໄດ້ອອກຖະແຫລງການປະນາມເຫດການລະເບີດຄັ້ງນີ້. ພ້ອມລະບຸວ່າ: ຜູ້ກະທຳຄວາມຜິດຈະຖືກຫາຕົວຈົນພົບ ແລະ ໄດ້ຮັບໂທດຈາກການກະທຳນີ້.

ອ້າງອີງ:

https://www.reuters.com/…/blast-mosque-kabul-kills…/

https://www.theguardian.com/…/blast-kabul-mosque…

https://www.aljazeera.com/…/afghanistan-several-killed…