ສ.ເກົາຫລີ ຫລຸດຜ່ອນມາດຕະການຄວບຄຸມໂຄວິດ ບໍ່ຕ້ອງໃສ່ຜ້າປິດປາກນອກອາຄານ ນັບແຕ່ອາທິດໜ້າເປັນຕົ້ນໄປ

ສ.ເກົາຫລີ ກຽມຍົກເລີກບັງຄັບໃສ່ຜ້າປິດປາກອາທິດໜ້າ ຫລັງຈຳນວນຜູ້ຕິດເຊື້ອມີທ່າອ່ຽງຫລຸດລົງເລື້ອຍໆ.
ວັນທີ 29 ເມສາ 2022, ສຳນັກຂ່າວຢອນຮັບ (Yonhap) ລາຍງານວ່າ: ນາຍົກລັດຖະມົນຕີ ກິມບູກຢອມ ຂອງ ສ.ເກົາຫລີ ອອກມາປະກາດເຖິງການຍົກເລີກມາດຕະການບັງຄັບໃສ່ຜ້າປິດປາກ ໂດຍຈະເລີ່ມແຕ່ອາທິດໜ້າ, ແຕ່ຍັງບັງຄັບໃສ່ຜ້າປິດປາກສຳລັບການລວມຕົວກັນເກີນກວ່າ 50 ຂຶ້ນໄປ ແລະ ພາຍໃນສະຖານທີ່ທີ່ການນຳໃຊ້ຫລາກຫລາຍ.
ໃນອາທິດຜ່ານມາ, ສ.ເກົາຫລີ ຫາກໍຍົກເລີກມາດຕະການຄວບຄຸມໂຄວິດ-19 ສ່ວນຫລາຍ ຫລັງຈາກຈຳນວນຜູ້ຕິດເຊື້ອແຕ່ລະວັນເລີ່ມຫລຸດລົງມາຢູ່ຫລັກໝື່ນ ໂດຍກ່ອນໜ້ານີ້ເມື່ອກາງເດືອນມີນາ ສ.ເກົາຫລີ ເຄີຍລາຍງານຜູ້ຕິດເຊື້ອໃໝ່ເຖິງ 6 ແສນກວ່າຄົນ.
ການຍົກເລີກຄັ້ງນັ້ນເຮັດໃຫ້ມາດຕະການທີ່ເຫລືອຢູ່ມີພຽງການບັງຄັບໃສ່ຜ້າປິດປາກເທົ່ານັ້ນ ເຊິ່ງກຳລັງລໍຖ້າຈະຖືກຍົກເລີກຕໍ່ໄປໃນອາທິດໜ້າ.
ຂໍ້ມູນຈາກໜ່ວຍງານຄວບຄຸມ ແລະ ປ້ອງກັນພະຍາດຂອງ ສ.ເກົາຫລີ ລະບຸວ່າ: ມີປະຊາກອນທີ່ສັກວັກຊີນຄົບໂດສແລ້ວ 87% ແລະ ມີຜູ້ທີ່ສັກເຂັມກະຕຸ້ນແລ້ວ 65%.
ປັດຈຸບັນ, ຫລາຍໆປະເທດກຳລັງພະຍາຍາມກັບເຂົ້າສູ່ສະພາບປົກກະຕິຄືໄລຍະກ່ອນໂຄວິດ-19 ລະບາດ ໂດຍຍັງເຫລືອໄວ້ສະເພາະມາດຕະການທີ່ຈຳເປັນແທ້ໆເທົ່ານັ້ນ ເຊັ່ນປະເທດມາເລເຊຍ ແລະ ກຳປູເຈຍ ຫາກໍມີການປະກາດກ່ອນໜ້ານີ້ວ່າບໍ່ຈຳເປັນຕ້ອງໃສ່ຜ້າປິດປາກເມື່ອຢູ່ນອກອາຄານເຊັ່ນກັນ.
ອ້າງອີງ:
https://en.yna.co.kr/view/AEN20220429001700315?section=national/politics

