ລາວ ໃຫ້ຄວາມສຳຄັນ ວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ

ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກ່າວໃນໂອກາດຖະແຫລງຂ່າວ ວັນຄວາມປອດໄພ ແລະ ສຸຂະພາບແຮງງານໂລກ ຄົບຮອບ 19 ປີ (28 ເມ ສາ 2003-28 ເມສາ 2022) ໃນວັນທີ ວັນທີ 28 ເມສາ 2022 ວ່າ: ນັບແຕ່ວັນທີ 28 ເມສາ 2003 ເປັນຕົ້ນມາ, ພວກເຮົາ ໃຫ້ຄວາມສໍາຄັນເປັນພິເສດວັນດັ່ງກ່າວ ເນື່ອງຈາກເປັນວັນທີ່ມີຄວາມໝາຍ ແລະ ສໍາຄັນຢ່າງຍິ່ງຕໍ່ຊາວຜູ້ອອກແຮງງານທົ່ວໂລກ ເພື່ອລະນຶກເຖິງຜູ້ປະສົບເຄາະຮ້າຍຈາກອຸບັດຕິເຫດແຮງງານ ແລະ ພະຍາດອາຊີບ ໂດຍທົ່ວໂລກໄດ້ເຄື່ອນໄຫວປູກຈິດສຳນຶກສົ່ງເສີມການປ້ອງກັນອຸັດຕິເຫດແຮງງານ ແລະ ພະຍາດອາຊີບໃນການເຮັດວຽກເພື່ອໃຫ້ນັບມື້ໜ້ອຍລົງ. ພ້ອມນີ້ຍັງເປັນການໂຄສະນາໃຫ້ຜູ້ມີສ່ວນຮ່ວມທຸກຂະແໜງການໃນການແກ້ໄຂບັນຫາ, ສົ່ງເສີມ ແລະ ສ້າງວັດທະນະທໍາຄວາມປອດໄພ ແລະ ສຸຂະພາບແຮງງານໃນບ່ອນເຮັດວຽກ ເພື່ອຫລຸດຜ່ອນການເກີດອຸບັດຕິເຫດແຮງງານ ທັງໄດ້ຮັບບາດເຈັບ ແລະ ເສຍຊີວິດ ຈາກການເຮັດວຽກ.

ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການແຮງງານສາກົນ ໃນປີ 1964 ເຊິ່ງຜ່ານມາ ໄດ້ເອົາໃຈ ໃສ່ແກ້ໄຂຫລາຍບັນຫາກ່ຽວກັບແຮງງານເພື່ອສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາໂດຍເນັ້ນໃສ່ການເຮັດວຽກຕາມກົນໄກຮ່ວມມື 3 ຝ່າຍໃນການສ້າງກົດໝາຍວ່າດ້ວຍ ແຮງງານ, ກົດໝາຍວ່າດ້ວຍການປະກັນສັງຄົມ, ດຳລັດວ່າດ້ວຍ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ລະບຽບການຕ່າງໆ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ. ມາຮອດປັດຈຸບັນ, ສປປ ລາວ ໄດ້ໃຫ້ສັດຕະຍາບັນສົນທິສັນຍາແຮງງານສາກົນແລ້ວ 10 ສະບັບ; ໃນນີ້ມີ 5 ສົນທິສັນຍາທີ່ເປັນພື້ນຖານ. ຈາກການເຫັນໄດ້ຄວາມສໍາຄັນຂອງຄວາມປອດໄພ ແລະ ສຸຂະພາບແຮງງານ, ໃນປີນີ້ພວກເຮົາຈຶ່ງໄດ້ສະ ເໜີໃຫ້ສັດຕະຍາບັນສົນທິສັນຍາເລກທີ 155 ວ່າດ້ວຍ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ສົນທິສັນຍາເລກທີ 187 ວ່າດ້ວຍ ຂອບແຜນງານສົ່ງເສີມຄວາມປອດໄພ ແລະ ສຸຂະພາບແຮງງານ.