ຣອນນີ ໂອຊູລລີແວນ ຟອມຜົນງານດີ ຄະແນນຫນີຫ່າງຄູ່ແຂ່ງ, ກຽມເຂົ້າຮອບຕັດເຊືອກ ສະນຸກເກີຊີງແຊ໊ມໂລກ

ຣອນນີ້ ໂອຊູລລີແວນ ໂອກາດເຂົ້າຮອບຕັດເຊືອກສະນຸກເກີຊີງແຊ໊ມໂລກສົດໃສ ຫລັງລະເບີດຟອມເທບຫນີຫ່າງ ສະຕີເຟນ ແມັກໄກວ ຕ້ອງການອີກບໍໍ່ເທົ່າໃດເຟຣມກໍຈະເປັນຝ່າຍຊະນະທັນທີ.

ການແຂ່ງຂັນສະນຸກເກີຊີງແຊ໊ມໂລກ 2022 ທີ່ຄຣູຊິເບິລ ເທຍເຕີ ເມືອງເຊຟຟິລ ຂອງອັງກິດ ເມື່ອວັນທີ 26 ເມສາ ຣອນນີ ໂອຊູຸລລີແວນ ມືດັງຈາກອັງກິດໂອກາດເຂົ້າຮອບສົດໃຈຫລັງນຳຫ່າງ ສະຕີເຟັນ ແມັກໄກວ ຈາກສະກັອດແລນ.

ສຳລັບຮອບນີ້ແຂ່ງຂັນກັນໃນລະບົບ 25 ເຟຣມ ຜູ້ໃດຊະນະໄດ້ 13 ເຟຣມກ່ອນຈະເປັນຝ່າຍຊະນະ ເຊິ່ງໃນເຊສຊັ່ນທຳອິດ 8 ເຟຣມ ແມັກໄຫວອອກນຳກ່ອນ ແຕ່ຖືກໂອຊູລລີແວນກວາດຍາວນຳຫ່າງ 6-1 ກ່ອນທີ່ ແມັກໄກວ ຈະໄດ້ຄືນໃນເຟຣມປິດທ້າຍ ໂອຊູລລີແວນ ນຳ 6-2.

ສ່ວນຜົນຂອງຄູ່ອື່ນມີຄື ຢຽນ ປິ່ງເທົາ (ສປ ຈີນ) ສະເຫມີ ມາກ ວິລລຽມ (ເວລ) 8-8 ເຟຣມ, ຈອນ ຮິກກິນ (ສະກັອດແລນ) ຂຶ້ນນຳ ແຈັກ ລີຊອບສະກີ (ອັງກິດ) 5-3 ເຟຣມ, ຈັດ ທຣຳ (ອັງກິດ) ຂຶ້ນນຳ ສະຈວດ ບິງແຮມ (ອັງກິດ) 5-3 ເຟຣມ.